|
 |
(GMT+08:00)
2006-06-22 19:17:38
|
 |
ຈີນຈະຈັດການເຄື່ອນໄຫວລະລຶກການສົ່ງຊາວຍີ່ປຸ່ນເປັນລ້ານຄົນກັບຄືນຍີ່ປຸ່ນບັນຈົບຄົບຮອບ 60 ປີ
cri
Author: cai
ຕາມຂ່າວCRI:ວັນທີ 22 ມິຖຸນາ,ໃນງານຊຸມນຸມນັກຂ່າວຄັ້ງສາມັນທີ່ຈັດຂຶ້ນຢູ່ປັກກິ່ງ,ທ່ານນາງຈຽງຢູ ໂຄສົກກະຊວງການຕ່າງປະເທດຈີນເຜີຍໃຫ້ຮູ້ວ່າ,ຈີນຈະຈັດການເຄື່ອນໄຫວລະລຶກການສົ່ງຊາວຍີ່ປຸ່ນກັບຄືນຍີ່ປຸ່ນບັນຈົບຄົບຮອບ 60 ປີຢູ່ເມືອງຮູລູຕາວ ແຂວງລຽວນີງ ພາກຕາເວັນອອກສຽງເໜືອຂອງຈີນໃນວັນທີ 25 ມິຖຸນາ.
ແຕ່ເດືອນພຶດສະພາປີ 1946,ຢູ່ທ່າກຳປັ່ນເມືອງຮູລູຕາວແຂວງລຽວນີງ,ລັດຖະບານຈີນທີ່ຫາກໍ່ໄດ້ຮັບໄຊຊະນະໃນສົງຄານຕໍ່ຕ້ານກັບຍີ່ປຸ່ນໄດ້ໃຊ້ເວລາ 3 ປີສົ່ງຊາວຍີ່ປຸ່ນ 1 ລ້ານ 5 ໝື່ນກວ່າຄົນ(ລວມທັງສະເລີຍເສິກຈຳນວນໜ້ອຍ)ກັບຄືນສູ່ຍີ່ປຸ່ນ.ນີ້ແມ່ນການເຄື່ອນໄຫວທີ່ປະເທດຮັບໄຊຊະນະສົ່ງຊາວຕ່າງດ້າວຂອງປະເທດເສຍໄຊຊະນະກັບຄືນປະເທດຢ່າງຂະໜາດໃຫຍ່ກວ່າໝູ່ຫຼັງສົງຄາມໂລກຄັ້ງທີ 2.
ທ່ານນາງຈຽງຢູເວົ້າວ່າ,ຈຸດປະສົງຂອງຈີນທີ່ຈັດການເຄື່ອນໄຫວລະລຶກແມ່ນຢາກຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈກັນແລະຄວາມເຂົ້າໃຈກັນລະຫວ່າງປະຊາຊົນສອງຊາດຈີນຍີ່ປຸ່ນ,ປົວແປງແລະຂະຫຍາຍການພົວພັນຈີນຍີ່ປຸ່ນ.ທ່ານນາງເວົ້າວ່າ,ການສົ່ງກັບຄືນປະເທດໃນປີນັ້ນໄດ້ສ່ອງແສງໃຫ້ເຫັນຈິດໃຈກວ້າງຂວາງແລະມະນຸດສະທຳຂອງປະຊາຊົນຈີນ.ການພົວພັນຈີນຍີ່ປຸ່ນ,ຕ້ອງການທັງສອງຝ່າຍເອົາໃຈໃສ່ແລະຖະໜອມຫວງແຫນນຳກັນ.
|
|
|