|
|
 |
| (GMT+08:00)
2006-06-21 16:11:36
|
|
ຜູ່ໃຊ້ໂທລະສັບມືຖືຂອງຈີນຫລາຍກວ່າ 420 ລ້ານຄົນ
cri
Author: sayvanny
ຕາມຂ່າວສານຊີນຮວາ:ນັບມາຮອດທ້າຍເດືອນພຶດສະພາ,ຜູ່ໃຊ້ໂທລະ ສັບມືຖືຢູ່ຈີນປະເທດທີ່ມີຜູ່ໃຊ້ໂທລະສັບມືຖືຫລາຍກວ່າຫມູ່ໃນໂລກໄດ້ບັນລຸ 420 ລ້ານຄົນ.
ຕົວເລກທີ່ກະຊວງອຸດສາຫະກຳຂໍ້ມູນຂ່າວສານຈີນປະກາດໃນວັນທີ 21 ມິຖຸນາສະແດງໃຫ້ເຫັນວ່າ, ໃນ 5 ເດືອນຕົ້ນປີນີ້, ຜູ່ໃຊ້ໂທລະສັບມືຖືໃນທົ່ວປະເທດໄດ້ເພີ່ມຂຶ້ນເກືອບ 5 ລ້ານ 5 ແສນເລກຫມາຍສະເລ່ຍຕໍ່ເດືອນ.ຄຽງຄູ່ກັບການຂະຫຍາຍຕົວຂອງພາລະກິດໂທລະຄົມເຄື່ອນທີ່, ການສົ່ງຂໍ້ຄວາມສັ້ນໄດ້ເພີ່ມຂຶ້ນຢ່າງວ່ອງໄວ.ຕົວເລກສະຖິຕິສະແດງໃຫ້ເຫັນວ່າ, ໃນ 5 ເດືອນຕົ້ນປີນີ້,ຜູ່ໃຊ້ໂທລະສັບມືຖືຂອງຈີນໄດ້ສົ່ງຂໍ້ຄວາມສັ້ນເກືອບ 168 ຕື້ຂໍ້,ເພີ່ມຂຶ້ນຫລາຍກວ່າໄລຍະດຽວກັນຂອງປີກາຍເກືອບເຄິ່ງຫນຶ່ງ.
ນັບມາຮອດທ້າຍປີກາຍນີ້, ອັດຕາເຜີຍແຜ່ໂທລະສັບມືຖືຂອງຈີນໄດ້ບັນລຸ 30,3 ເຄື່ອງຕໍ່ 100 ຄົນ.
|
|
|