|
|
 |
| (GMT+08:00)
2006-06-20 17:32:33
|
 |
|
ວິສາຫະກິດສູນກາງຈີນເພີ່ມທະວີການຄຸ້ມຄອງຄວາມສ່ຽງຕື່ມອີກ
cri
Author: sayvanny
ຕາມຂ່າວສານຊີນຮວາ: ວັນທີ 20 ມິຖຸນາ, ຄະນະກຳມະການຕິດຕາມກວດກາແລະຄຸ້ມຄອງຊັບສິນແຫ່ງລັດຂອງຈີນໄດ້ປະກາດເອກະສານຊີ້ນຳ ການຄຸ້ມຄອງຄວາມສ່ຽງຂອງວິສາຫະກິດສູນກາງຢ່າງຮອບດ້ານ, ຮຽກຮ້ອງວິສາຫະກິດທີ່ມີເງື່ອນໄຂສ້າງຕັ້ງຄະນະກຳມະການຄຸ້ມຄອງຄວາມສ່ຽງໃນຄະນະອຳນວຍການ, ຜູ່ຈັດການໃຫຍ່ຂອງວິສາຫະກິດຮັບຜິດຊອບຕໍ່ຄະນະອຳ ນວຍການກ່ຽວກັບວຽກງານຄຸ້ມຄອງຄວາມສ່ຽງ.
ວິສຫາະກິດສູນກາງຫມາຍເຖິງວິສາຫະກິດທີ່ມີຄະນະກຳມະການຕິດ ຕາມຄຸ້ມຄອງຊັບສິນແຫ່ງລັດປະຕິບັດຫນ້າທີ່ຮັບຜິດຊອບຂອງຜູ່ອອກທຶນ, ລ້ວນແຕ່ແມ່ນລັດວິສາຫະກິດຂະຫນາດໃຫຍ່. ຕາມແນະນຳວ່າ, ເອກະສານຊີ້ນຳດັ່ງກ່າວໄດ້ຖອດຖອນເອົາກົດບັນຍັດ ກ່ຽວກັບການຄຸ້ມຄອງຄວາມສ່ຽງຂອງວິສາຫະກິດທີ່ກ່ຽວຂ້ອງຂອງປະເທດພັດທະນາແລະວິທີທີ່ໃຊ້ທົ່ວໄປໃນດ້ານຄຸ້ມຄອງຄວາມສ່ຽງຂອງບໍລິສັດໃຫຍ່ ທີ່ກ້າວຫນ້າຂອງຕ່າງປະເທດ,ແລະຂໍ້ກຳນົດຢູ່ພາຍໃນປະເທດກ່ຽວກັບການກໍ່ສ້າງກົນໄກຄວບຄຸມພາຍໃນ,ມີຜົນດີຕໍ່ການໃຫ້ວິສາຫະກິດສູນກາງສ້າງແລະບູລະນະກົນໄກຄຸ້ມຄອງຄວາມສ່ຽງທີ່ມີຜົນຍາວນານ,ຊຸກຍູ້ໃຫ້ວິສາຫະກິດຂະຫຍາຍຕົວຢ່າງຫນັກແຫນ້ນ, ປ້ອງກັນບໍ່ໃຫ້ຊັບສິນແຫ່ງລັດຫົ່ວໄຫລ,ປົກປັກຮັກສາຜົນປະໂຫຍດຂອງຜູ່ລົງທຶນ.
|
|
|