|
 |
(GMT+08:00)
2006-06-17 18:40:59
|
ທະນາຄານກາງຂອງຈີນສະກັດກັ້ນບໍ່ໃຫ້ເງິນກູ້ເພີ່ມຂຶ້ນໄວເກີນໄປ
cri
ຕາມຂ່າວຂອງໜັງສືພິມເຢິນມິນຢື້ປ້າວ,ທະນາຄານປະຊາຊົນຈີນເຊິ່ງເປັນທະນາຄານກາງຂອງຈີນປະກາດວ່າ,ແຕ່ວັນທີ5ກໍລະກົດເປັນຕົ້ນໄປ,ຈະຍົກອັດຕາທຶນສຳຮອງຂອງເງິນອອມສິນໃຫ້ສູງຂຶ້ນ0,5ຈຸດ,ເພື່ອສະກັດກັ້ນທ່ວງທ່າທີ່ເງິນກູ້ເພີ່ມຂຶ້ນໄວເກີນໄປໃນປີນີ້.
ແຕ່ເດືອນມັງກອນຮອດເດືອນພຶດສະພາປີນີ້,ອົງການທະນາຄານຂອງຈີນໄດ້ປ່ອຍເງິນກູ້ທີ່ເປັນເງິນຢວນຈີນຫຼາຍກວ່າໄລຍະດຽວກັນຂອງປີກາຍ790ກວ່າຕື້ຢວນ.ໃນກອງປະຊຸມວຽກງານເສດຖະກິດທີ່ຄະນະລັດຖະບານຈີນໄຂຂຶ້ນໃນຫວ່າງມໍ່ໆນີ້ຊີ້ອອກວ່າ,ເງິນກູ້ເພີ່ມຂຶ້ນຫຼາຍເກີນໄປຍັງແມ່ນໜຶ່ງໃນບັນຫາຕົ້ນຕໍໃນການໝູນເດີນຂອງເສດຖະກິດຈີນໃນສະເພາະໜ້ານີ້,ຕ້ອງໃຊ້ມາດຕະການຄວບຄຸມບໍ່ໃຫ້ເງິນກູ້ເພີ່ມຂຶ້ນໄວເກີນໄປ.
|
|
|