|
 |
(GMT+08:00)
2006-06-16 16:01:47
|
 |
ເນື້ອທີ່ຫັນເປັນດິນຊາຍຂອງດິນຊາຍແຜ່ນໃຫຍ່ສອງແຜ່ນຢູ່ພາກເຫນືອຈີນນ້ອຍເຂົ້າ
cri
Author: sayvanny
ຕາມຂ່າວສານຊີນຮວາ: ວັນທີ 17 ມິຖຸນາແມ່ນວັນປ້ອງກັນການຫັນເປັນດິນຊາຍແລະແຫ້ງແລ້ງຂອງໂລກ.ຫວ່າງມໍ່ໆນີ້, ນັກຂ່າວໄດ້ຊາບຈາກກົມປ່າໄມ້ແຫ່ງຊາດຈີນວ່າ, ການປົວແປງດິນຊາຍມາວອູຊູແລະດິນຊາຍເກີຣຊິນຂອງພາກເຫນືອຈີນໄດ້ຮັບຜົນຢ່າງເດັ່ນຊັດ.ຕົວເລກຕິດຕາມກວດ ກາທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ, ເນື້ອທີ່ຫັນເປັນດິນຊາຍຂອງດິນຊາຍສອງແຜ່ນນີ້ໄດ້ປະກົດມີທ່ວງທ່າດີຂຶ້ນໃນດ້ານກວມລວມ.
ຈີນແມ່ນປະເທດຫນຶ່ງທີ່ດິນແດນຫັນເປັນດິນຊາຍຫນັກຫນ່ວງກວ່າຫມູ່ໃນໂລກ.ປັດຈຸບັນ ທົ່ວປະເທດມີດິນຊາຍ 1 ລ້ານ 7 ແສນ 4 ຫມື່ນກິໂລແມັດຕາ,ກວມ 18% ຂຶ້ນໄປຂອງດິນແດນທົ່ວປະເທດ.ເມື່ອ 20 ກວ່າປີກ່ອນ, ຈີນໄດ້ລົງທຶນກ້ອນໃຫຍ່ເຂົ້າໃສ່ເຂດທີ່ເກີດພາຍຸຊາຍຢ່າງຮ້າຍແຮງແລະນ້ຳເຊາະດິນເຈື່ອນຢ່າງຫນັກຫນ່ວງຢູ່ພາກຕາເວັນຕົກສຽງເຫນືອ ພາກເຫນືອແລະພາກຕາເວັນອອກສຽງເຫນືອຂອງຈີນ,ສ້າງໂຄງການປູກປ່າໄມ້ປ້ອງກັນ,ເພື່ອປົວແປງສະພາບແວດລ້ອມຊີວະຊາດຂອງເຂດພາກເຫນືອໃຫ້ດີຂຶ້ນ.ໂຄງການນີ້ຍັງຈະສືບຕໍ່ໄປອີກປະມານ 50 ປີ.
|
|
|