ຕາມຂ່າວcri:ວັນທີ15 ມິຖຸນາ,ໃນງານຊຸມນຸມນັກຂ່າວທີ່ຈັດຂຶ້ນຢູ່ປັກກິ່ງ,ທ່ານນາງຈ່ຽງຢູ ໂຄສົກກະຊວງການຕ່າງປະເທດຈີນກ່າວເນັ້ນວ່າ,ແຕ່ໃດມາລັດຖະບານຈີນກໍໄດ້ເອົາໃຈໃສ່ນຳການພົວພັນລະຫວ່າງຈີນຍີ່ປຸ່ນໃນລະດັບສູງ.
ທ່ານນາງຈ່ຽງແມ່ນໃຫ້ທັດສະນະດັ່ງກ່າວໃນເວລາຕອບຄຳຖາມຂອງນັກຂ່າວກ່ຽວກັບການພົວພັນລະຫວ່າງຈີນຍີ່ປຸ່ນ.ທ່ານນາງຈ່ຽງຢູກ່າວວ່າ,ທ່ານຫູຈີນທ່າວ ປະທານປະເທດຈີນກ່າວເນັ້ວຫຼາຍເທື່ອວ່າ,ທັງສອງປະເທດຈີນຍີ່ປຸ່ນຄວນຢູ່ຮ່ວມກັນໂດຍສັນຕິ,ມີໄມຕີຈິດຕໍ່ການທຸກເຊັ່ນຄົນ,ຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ,ພັດທະນາພ້ອມກັນ.ຝ່າຍຈີນຫວັງໃຫ້ຜູ້ນຳຍີ່ປຸ່ນທຳການຕົກລົງຢ່າງຖືກຕ້ອງ,ຜ່ານຜ່າສິ່ງຂັດຂວາງທາງການເມືອງ,ເຮັດໃຫ້ການພົວພັນລະຫວ່າງຈີນຍີ່ປຸ່ນກັບຄືນສູ່ເສັ້ນທາງທີ່ພັດທະນາຢ່າງປອດໃສໂດຍໄວ.
|