ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-14 16:10:10    
ວິ​ສາ​ຫະ​ກິດ​ສູນ​ກາງ​ຈີນ​ປະ​ກາດ​ຮັບ​ສະ​ຫມັກ​ຜູ່​ຄຸ້ມ​ຄອງ​ຊັ້ນ​ສູງ ​ປີ 2006 ຢ່າງ​ເປີດ​ເຜີຍ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ​:ວຽກ​ງານ​ວິ​ສາ​ຫະ​ກິດ​ສູນ​ກາງ​ຈີນ​ປະ​ກາດ​ຮັບ​ສະ​ຫມັກ​ຜູ່​ຄຸ້ມ​ຄອງ​ຊັ້ນ​ສູງ​ຢູ່ພາຍ​ໃນ​​ແລະ​ຕ່າງ​ປະ​ເທດ​ຢ່າງ​ເປີດ​ເຜີຍໃນ​ປີ 2006 ​ໄດ້​ເລີ່ມ​ຕົ້ນ​ຢ່າງ​ເປັນ​ທາງ​ການ. ປີ​ນີ້​ຈະ​ຮັບ​ສະ​ຫມັກ​ຜູ່​ຄຸ້ມ​ຄອງ​ຊັ້ນ​ສູງ ຂອງ​ວິ​ສາ​ຫະ​ກິດ​ສູນ​ກາງ 26 ຄົນ,​ແມ່ນ​ເທື່ອ​ຫນຶ່ງ​ທີ່​ມີ​ຍອດ​ຈຳ​ນວນ​ຕຳ​ແຫນ່​ງ​ຫລາຍ​ກວ່າ​ຫມູ່​ໃນ​ຫລາຍ​ປີ​ມາ​ນີ້.

ວິ​ສາ​ຫະ​ກິດ​ສູນ​ກາງ​ຫມາຍ​ເຖິງ​ວິ​ສາ​ຫະ​ກິດ​ທີ່​ຄະ​ນະ​ກຳ​ມະ​ການ​ຕິດ ຕາມ​ກວດ​ກາ​ແລະ​ຄຸ້ມ​ຄອງ​ຊັບ​ສິນ​ແຫ່ງ​ລັດ​ຂອງ​ຄະນະ​ລັດ​ຖະ​ບານ​ຈີນ​ປະ​ຕິ ບັດ​ພັນ​ທະ​ຂອງ​ຜູ່​ອອກ​ທຶນ,​ເຊິ່ງ​ລ້ວນ​ແຕ່​ແມ່ນ​ລັດ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ໃຫຍ່.

ຂ່າວ​ທີ່​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ປະ​ກາດ​ໃນ​ວັນ​ທີ 14 ມິຖຸນາ​ກ່າວ​ວ່າ, ປີ​ນີ້ ຈະ​ຮັບ​ສະ​ຫມັກ​ຜູ່​ຄຸ້ມ​ຄອງ​ວິ​ສາ​ຫະກິດ​ສູນ​ກາງ 26 ຄົນ, ຕ່າງ​ຈະ​ໄປ​ເຮັດ​ວຽກ​ຢູ່​ 26 ວິ​ສາ​ຫະ​ກິດ​ສູນ​ກາງ ​ຄື ກຸ່ມ​ບໍ​ລິ​ສັດ​ເຫລັກ​ກ້າ​ອູ​ຮ້ານ,ກຸ່ມ​ບໍ​ລິ​ສັດ​ການບິນ​ຕົງ​ຟ່າງ​ຈີນ,​ແລະ​ສະ​ຖາ​ບັນ​ອອກ​ແບບ​ໂຄງ​ການ​ເອ​ເລັກ​ໂຕຼ​ນິກ​ຈີນ​ເປັນ​ຕົ້ນ.​​ໃບ​ແຈ້ງ​ການ​ຮັບ​ສະ​ຫມັກ​ຈະ​ປະກາດ​ຢູ່​ພາຍ​ໃນ​ປະ​ເທດ​ແລະ​ຕ່າງ​ປະ​ເທດ​ຢ່າງ​ກວ້າງ​ຂວາງ​ໂດຍ​ຜ່ານ​ສື່​ມວນ​ຊົນ​ໃຫຍ່​ຕ່າງໆ​ໃນ​ວັນ​ທີ 19 ມິ​ຖຸ​ນາ.

ປີ 2003, ຄະ​ນະ​ກຳ​ມະ​ການ​ຕິດ​ຕາມ​ກວດ​ກາ​ແລະ​ຄຸ້ມ​ຄອງ​ຊັບ​ສິນ​ແຫ່ງ​ລັດ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ປະກາດ​ຮັບ​ສະ​ຫມັກ​ຜູ່​ຄຸ້ມ​ຄອງ​ຊັ້ນ ສູງ 7 ຄົນ​ຢ່າງ​ເປີດ​ເຜີຍ,ຈາກ​ນັ້ນ​ຂະ​ຫນາດ​ການ​ປະ​ກາດ​ຮັບ​ສະ​ຫມັກ​ໄດ້ ຂະ​ຫຍາຍ​ອອກ​ຄູ່​ປີ.