|
 |
(GMT+08:00)
2006-06-14 10:59:34
|
 |
ຈີນອອກແຮງພັດທະນາເຕັກນິກປະຍຸກເພື່ອຊຸກຍູ້ການປະຢັດພະລັງງານ
cri
Author: sayvanny
ຕາມຂ່າວສານຊີນຮວາ: ວັນທີ 13 ມິຖຸນາ,ທ່ານຢາງເວີຍກວງ ຮອງປະທານຄະນະກຳມະການວິທະຍາສາດເຕັກນິກນະຄອນປັກກິ່ງເວົ້າວ່າ, ປັກກິ່ງຕ້ອງວາງການພັດທະນາເຕັກນິກພະລັງງານ ຊັບພະຍາກອນນ້ຳແລະອະນຸລັກສິ່ງແວດລ້ອມໄວ້ຢູ່ຖານະບູລິມະສິດໃນການພັດທະນາວິທະຍາສາດເຕັກນິກ,ເພື່ອຊຸກຍູ້ການສ້າງສັງຄົມແບບປະຢັດ.
ໃນເວທີປາໃສຊັ້ນສູງກ່ຽວກັບການປະຢັດພະລັງງານແລະອະນຸລັກສິ່ງແວດລ້ອມທີ່ຈັດຂຶ້ນຢູ່ປັກກິ່ງໃນວັນທີ 13 ມິຖຸນາ,ທ່ານຢາງເວີຍກວງເວົ້າວ່າ, ເສດຖະກິດຂອງນະຄອນປັກກິ່ງໄດ້ຮັກສາການພັດທະນາຢ່າງວ່ອງໄວ, ຄວາມຂັດແຍ່ງກັນດ້ານການສະຫນອງກັບຄວາມຕ້ອງການຊັບພະຍາກອນໄດ້ກາຍເປັນປັດໄຈທີ່ຜູກມັດການພັດທະນາເສດຖະກິດສັງຄົມເປັນເວລາຍາວນານ.
ຕາມແນະນຳວ່າ, ປັກກິ່ງໄດ້ຄົ້ນຄວ້າຜະລິດເຄື່ອງແອແບໃຫມ່, ສາມາດຫລຸດການສິ້ນເປືອງພະລັງງານໃຫ້ຫນ້ອຍລົງຢ່າງຫລວງຫລາຍ;ໄດ້ປະຕິບັດໂຄງການແບບຢ່າງເຕັກນິກພະລັງງານໃຫມ່ທີ່ຜະລິດແສງ ໄຟຟ້າແລະຄວາມຮ້ອນດ້ວຍແສງຕາເວັນ ເຊິ່ງເປັນໂຄງການທຳອິດໃນທົ່ວປະເທດຈີນ, ອັນໄດ້ເຮັດໃຫ້ພະລັງຕາເວັນກັບການກໍ່ສ້າງປະສົມປະສານກັນເປັນຢ່າງດີ.ນອກນີ້, ລົດເມຖ່ານໄຟທີ່ໃຊ້ພະລັງງານຮີໂດຼແຊນເປັນເຊື້ອໄຟຟ້ານັ້ນໄດ້ທົດລອງແລ່ນຢູ່ປັກກິ່ງແລ້ວ.
|
|
|