|
 |
(GMT+08:00)
2006-06-09 20:11:59
|
 |
ການຫາລືວຽກງານປ້ອງກັນຂອງກະຊວງປ້ອງກັນປະເທດຈີນແລະອາເມລິກາໄດ້ຈັດຂຶ້ນທີ່ປັກກິ່ງ
cri
Author: mo
ຕາມຂ່າວສານຊີນຮວາ: ວັນທີ 8 ມິຖຸນາ ຢູ່ທີ່ປັກກິ່ງ, ການຫາລືວຽກງານປ້ອງກັນຂອງກະຊວງປ້ອງກັນປະເທດຈີນອາເມລິກາໄດ້ຈັດຂຶ້ນທີ່ປັກກິ່ງ. ສອງຝ່າຍໄດ້ສົນທະນາຢ່າງກົງໄປກົງມາ ມິດຕະພາບແລະມີລັກສະນະສ້າງສັນກ່ຽວກັບສະຖານະການສາກົນທີ່ສົນໃຈນຳກັນ ຄວາມປອດໄພຂອງພາກພື້ນ ການພົວພັນສອງຝ່າຍແລະການສ້າງສາກອງທັບເປັນຕົ້ນ.
ການຫາລືດັ່ງກ່າວແມ່ນທ່ານຈັ່ງຊີ້ນເຊີງ ຜູ້ຊ່ອຍເສນາທິການໃຫຍ່ກອງທັບປົດປ່ອຍປະຊາຊົນຈີນ ຫົວໜ້າຄະນະຜູ້ແທນຈີນແລະທ່ານໂລຕ໌ມານ ຜູ້ຊ່ອຍລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ຫົວໜ້າຄະນະຜູ້ແທນອາເມລິກາຮ່ວມກັນເປັນປະທານ. ໃນເວລາຫາລືກັນ, ສອງຝ່າຍຍັງໄດ້ເສີມສ້າງຈິດໃຈທີ່ບຸກບືນກ້າວໜ້າຢ່າງຕັ້ງໜ້າໃນການຂະຫຍາຍການພົວພັນສອງກອງທັບຈີນອາເມລິກາຕື່ມອີກ, ໄດ້ເພີ່ມຄວາມເຂົ້າໃຈກັນແລະຄວາມໄວ້ເນື້ອເຊື່ອໃຈກັນ, ສອງຝ່າຍຍັງໄດ້ຊອກຄົ້ນວິທີແລະຊ່ອງທາງແຫ່ງການລົງເລິກການແລກປ່ຽນແລະຮ່ວມມືກັນລະຫວ່າງສອງກອງທັບ.
ກົນໄກຫາລືວຽກງານປ້ອງກັນຂອງກະຊວງປ້ອງກັນປະເທດຈີນອາເມລິກາແມ່ນສ້າງຕັ້ງຂຶ້ນເມື່ອປີ 1997, ໃຊ້ວິທີຜັດປ່ຽນກັນຈັດຂຶ້ນຢູ່ນະຄອນຫຼວງຂອງສອງປະເທດ, ນັບມາຮອດປັດຈຸບັນ, ໄດ້ຈັດຂຶ້ນ 8 ເທື່ອແລ້ວ.
|
|
|