ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-09 15:40:30    
ສາຍ​ປະ​ກອບ​ຍົນ​ແອ​ບັສ A320 ຢູ່​ຈີນ​ຕັ້ງ​ຢູ່​ທຽນ​ສິນ,​ຍາດ​ແຍ່ງ​​ເອົາ​ຍົນ​ລຳ​ທຳ​ອິດ​ໃຫ້​ນຳ​ໃຊ້​ໃນ​ປີ​2008

cri Author: da
ຕາມ​ຂ່າວຂອງ​ໜັງສືພິມ​ເຢິນມິນ​ຢື້​ປ້າວ:​ຈີນ​ໄດ້​ຕົກລົງຕິດ​ຕັ້ງສາຍ​ປະກອບ​ຍົນແອບັສ A320 ຢູ່​ທຽນ​ສິນ ​ເມືອງ​ພາກ​ເໜືອ​ຂອງ​ຈີນ​ແລ້ວ,ນີ້​ແມ່ນສາຍປະກອບຍົນ​ສາຍທີ​ສາມ​ໃນ​ທົ່ວ​ໂລກ​ແລະສາຍທີ​ໜຶ່ງ​ຢູ່ນອກ​ເອີ​ລົບ​ຂອງ​ບໍລິສັດ​ແອ​ບັສ.ສາຍ​ປະກອບ​​ດັ່ງກ່າວ​ຈະ​ຍາດ​​ແຍ່ງປະກອບຍົນ​ລຳ​ທຳ​ອິດ​​ແລະ​ໃຫ້​ນຳ​ໃຊ້ໃນ​ປີ2008,​​ເມື່ອ​ຮອດ​ປີ 2011 ຄວາມ​ສາ​ມາດ​ປະ​ກອບ​ຈະ​ບັນລຸ 4 ລຳຕໍ່​ເດືອນ.

ຕາມ​ແນະນຳ​ວ່າ,ກະ​ວ່າ ​ໂຄງການ​ດັ່ງກ່າວຈະ​ລົງທຶນຢູ່​ລະຫວ່າງ 8 ຕື້​ຫາ 10 ຕື້​ຢວນ,​ຈະ​ເລີ່​ມກໍ່ສ້າງ​ໃນ​ປີ​ນີ້.

ຍົນແອບັສ A320 ມີ 150 ທີ່​ນັ່ງ,​ແມ່ນ​ຍົນ​ສຳຄັນ​ຊະນິດ​ໜຶ່ງ​ໃນ​ຕະຫຼາດ​ການບິນ​ທົ່ວ​ໂລກ​​ປະຈຸ​ບັນ,ຕະຫຼາດມີ​ຕ້ອງການຂ້ອນ​ຂ້າງ​ຫຼາຍ.

ຕາມ​ການວິ​ເຄາະ,ການຕິດຕັ້ງ ດັດ​ປັບ​ແລະ​ທົດ​ລອງຍົນແອບັສ A320 ຢູ່​ຈີນ​ຈະ​ອົບ​ຮົມ​ສ້າງ​ພະ​ນັກ​ງານ​ວິຊາ​ການ​ແລະ​ກຳມະ​ກອນ​ເຕັກ​ນິກ​ງວດ​ໜຶ່ງ​ໃຫ້​ຈີນ,​ສະ​ສົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ທີ່​ມີ​ຄຸນ​ນະ​ທາດ​ສູງ​ໃນ​​ການ​ຜະ​ລິດ​ແລະ​ທົດ​ລອງ​ຍົນ​ລຳ​ໃຫຍ່​ຂອງ​ຈີນ​,ຈະ​ເຮັດ​ໃຫ້​ຄວາມ​ຝັນ​ຂອງ​ຈີນ​ຜະລິດ​ຍົນ​ໃຫຍ່​ນັ້ນ​ປະ​ກົດ​ຜົນ​ເປັນ​ຈິງ.