|
 |
(GMT+08:00)
2006-06-05 18:50:06
|
ເຂດຕິເບດລົງທຶນ 38 ຕື້ 700 ລ້ານຢວນເພີ່ມຮັກສາຄວາມປອດໄພດ້ານຊີວະພາບເທິງພູພຽງ
cri
Author: mo
ຕາມຂ່າວສານຊີນຮວາ: ພາຍໃນ 5 ປີຂ້າງໜ້າ, ເຂດຕິເບດຈະປະຕິບັດກິດຈະການຮັກສາຄວາມປອດໄພດ້ານຊີວະພາບລະດັບຊາດຢູ່ພູພຽງ, ລົງທຶນທັງໝົດ 38 ຕື້ 700 ລ້ານຢວນ.
ນັກຂ່າວໄດ້ຊາບຈາກພະແນກອະນຸລັກສິ່ງແວດລ້ອມຂອງເຂດຕິເບດປົກຄອງຕົນເອງວ່າ, ກິດຈະການດັ່ງກ່າວລວມທັງການສ້າງເຂດສະຫງວນທຳມະຊາດແລະເຂດສະຫງວນສັບພະຄຸນຊີວະພາບທີ່ສຳຄັນ, ເພີ່ມທະວີການອະນຸລັກຕົ້ນໄມ້ຕົ້ນຫຍ້າທຳມະຊາດແລະປົວແປງດິນຫຍ້າແລະປ່າໄມ້ທີ່ເສື່ອມລົງ, ປົວແປງທີ່ດິນຫັນເປັນທະເລຊາຍແລະນ້ຳເຊາະດິນເຈື່ອນ, ທັງສົ່ງເສີມຜູ້ທຽວລ້ຽງສັດຕັ້ງຢ້າວຕັ້ງເຮືອນ. ເຈົ້າໜ້າທີ່ພະແນກອະນຸລັກສິ່ງແວດລ້ອມເຂດຕິເບດກ່າວວ່າ, ໃນ 5 ປີຂ້າງໜ້ານີ້, ເຂດຕິເບດຍັງຈະຊຸກຍູ້ການຜະລິດຢ່າງສະອາດແລະການໃຊ້ພະລັງງານປອດສານພິດນັ້ນຢ່າງແຂງແຮງ, ຊຸກຍູ້ການສ້າງສັງຄົມແບບປະຢັດຊັບພະຍາກອນແລະມີໄມຕີຈິດຕໍ່ສິ່ງແວດລ້ອມ.
|
|
|