ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-02 18:35:41    
ການ​ປະ​ກວດ​ຮູບ​ຖ່າຍ "ປັກ​ກິ່ງ——​ເມືອງ​ໂອ​ລິມ​ປິກ​ໃນ​ກ້ອງ​ຖ່າຍ​ຮູບ" ​ໄດ້​ເລີ່ມ​ຈັດ​ຂຶ້ນ

cri Author: min
ຕາມ​ຂ່າວ CRI: ວັນ​ທີ 2 ມິຖຸນາ, ງານ​ປະ​ກວດ​ຮູບ​ຖ່າຍ "ປັກ​ກິ່ງ——​ເມືອງ​ໂອ​ລິ​ມປິກ​ໃນ​ກ້ອງ​ຖ່າຍຮູບ" ປີ 2006 ທີ່​ພະ​ແນກ​ທ່ອງ​ທ່ຽວປັກ​ກິ່ງ​​ເປັນ​ຜູ້​ຈັດ​ນັ້ນ​ໄດ້​ຈັດ​ພິທີ​ເປີກ​ສາກ​ຢູ່​ສວນ​ສາທາ​ລະນະ​ທ່ຽນ​ຖານ​ປັກ​ກິ່ງ.

ຕາມ​ທ່ານ​ຢູ​ເຕີ​ປິ່ນ ຮອງ​ຫົວໜ້າ​ພະ​ແນ​ກ​ທ່ອງ​ທ່ຽວ​ນະຄອນ​ປັກ​ກິ່ງ​ແນະນຳ​ວ່າ, ການປະ​ກວດຮູບ​ຖ່າຍ​ເທື່ອ​ນີ້​ຈະ​ສ່ອງ​ແສງ​​ໃຫ້​ເຫັນ​ປະຫວັດສາດ, ວັດທະ​ນະ​ທຳ​ແລະ​ສະພາບ​ປະຈຸ​ບັນ​ຂອງ​ປັກ​ກິ່ງ​ຢ່າງ​ຮອບດ້ານ​ຈາກ​ຫຼາຍ​ມຸມຫຼາຍ​ແຈ, ​ສະ​ແດງ​ໃຫ້​ເຫັນ​ພາບພົດ​ທີ່​ເປັນ​ມະຫາ​ນະຄອນ​ສາກົນ​ຂອງ​ປັກ​ກິ່ງ​ແລະ​​ໂສມ​ໜ້າ​ຈິດ​​ໃຈ​ຂອງ​ໄທ​​ເມືອງ​ປັກ​ກິ່ງ​ເພື່ອ​ຕ້ອນຮັບ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008 ​.

ຕາມ​ໄດ້​ຊາບ, ການ​ເຄື່ອນ​ໄຫວ​ເທື່ອ​ນີ້​ຈະ​ຈັດໃຫ້​ມີ 7 ຫົວຂໍ້ ຄື ປັກ​ກິ່ງ​ໂອ​ລິມປິກ, ຊັບ​ສິນປັກ​ກິ່ງ, ​ກ້າວ​ໄປ​ສູ່ສາກົນ​ເປັນ​ຕົ້ນ​, ​ການ​ປະ​ກວດ​ຈະ​ສິ້ນ​ສຸດ​ລົງ​ໃນວັນ​ທີ 15 ຕຸລາ​ປີ 2006.