ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-25 20:32:30    
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຢາກ​ໃຫ້​ການ​ພົວ​ພັນ​ຈີນ​ຍີ່​ປຸ່ນ​ໄດ້​ຮັບ​ການ​ປົວ​ແປງ​ແລະ​ຂະ​ຫຍາຍ​ຕົວ, ບັນ​ຫາ​ວັດ​ຢາ​ຊືຄູ​ນີ​ແມ່ນ​ບັນ​ຫາ​ທີ່​ຫຼີກ​ລຽງ​ບໍ່​ໄດ້

cri Author: mo
ຕາມ​ຂ່າວCRI:ວັນ​ທີ 25 ພຶດສະພາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ເນັ້ນວ່າ, ຢາກ​​ໃຫ້ການ​ພົວພັນ​ຈີນ​ຍີ່​ປຸ່ນ​ໄດ້​ຮັບ​ການ​ປົວ​ແປງ​ແລະຂະຫຍາຍຕົວ, ບັນຫາ​​ໄປ​ນະມັດສະການວັດ​ຢາ​ຊືຄູ​ນີ​ແມ່ນ​ບັນຫາ​ທີ່ຫຼີກລຽງ​ບໍ່​ໄດ້.

ໃນ​ງານ​ຊຸມນຸມ​ນັກ​ຂ່າວ, ທ່ານ​ລິວຈ້ຽນຊ່າວ​​ໄດ້​ແນະນຳ​ສະພາບ​ການ​ພົບ​ປະ ລະຫວ່າງ​ລັດຖະມົນຕີ​ການ​ຕ່າງປະ​ເທດຈີນ​ຍີ່​ປຸ່ນ​ທີ່​ຈັດ​ຂຶ້ນ​ໃນ​ໄລຍະ​ກອງ​ປະຊຸມ​ສົນທະນາການ​ຮ່ວມ​ມື​ອາຊີ​ໂດ​ຮາ​ຄັ້ງທີ 5 ​ໃນ​ວັນ​ທີ 24 ພຶດສະພາ.. ທ່ານ​ເວົ້າວ່າ, ​ໃນ​ການ​ພົບ​ປະ, ທ່ານ​ລີ​ຈ້າວ​ຊີງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ໄດ້​ເຈາະ​ຈົງ​ບັນ​ລະ​ຍາຍຫຼັກໝັ້ນຂອງ​ຝ່າຍ​ຈີນ​ກ່ຽວ​ກັບ​ບັນຫາ​ຜູ້ນຳ​ຍີ່​ປຸ່ນ​ໄປ​ນະມັດສະການ​ວັດ​ຢາ​ຊືຄູ​ນີທີ່​ປະດິດສະຖານປ້າຍ​ອາຊະ​ຍາກ​ອນສົງຄາມ​ຊັ້ນກ.ຂອງ​ສົງຄາມ​ໂລກ​ຄັ້ງທີ 2. ທ່ານ​ລີ​ຈ້າວ​ຊີງ​ຊີ້​ອອກ​ວ່າ, ​ທີ່​ຈີ​ງ​ແລ້ວ, ບັນຫາ​ດັ່ງກ່າວ​ໄດ້​ເປັນ​ອຸປະສັກ​ສຳຄັນ​ທີ່​ຂັດຂວາງ​ການ​ປົວ​ແປງ​ແລະ​ຂະຫຍາຍ​ການ​ພົວພັນ​ຈີນ​ຍີ່​ປຸ່ນ, ນີ້​ແມ່ນ​ຫົວ​ຂໍ້​ສຳຄັນ​ທີ່ຕ້ອງ​ແກ້​ໄຂ​ດ່ວນ​ທີ່ຈີນ​ຍີ່​ປຸ່ນປະ​ເຊີນ​ໜ້າ.

ທ່ານ​ລິວ​ຈ້ຽນຊາວ​ກ່າວ​ວ່າ, ​ໃນ​ການ​ພົບ​ປະ, ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ເຫັນ​ດີ​ພ້ອມ​ກັນ​ພະຍາຍາມ​ກຳຈັດ​ອຸປະສັກ​ທີ່ຂັດຂວາງ​ການ​ຂະຫຍາຍ​ການ​ພົວພັນ​ຂອງສອງ​ປະ​ເທດ, ພ້ອມ​ທັງ​ເຫັນ​ດີເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ອື່ນໆ​ຂອງ​ສອງ​ຝ່າຍ, ຝ່າຍ​ຈີນ​ຕີ​ລາຄາ​ທ່າ​ທີ​ຂອງ​ຝ່າຍ​ຍີ່​ປຸ່ນຢ່າງ​ຕັ້ງໜ້າ.