|
 |
(GMT+08:00)
2006-05-24 18:24:10
|
ພາກຕາເວັນຕົກຂອງຈີນປະສົບໄພແຫ້ງແລ້ງອັນໜັກໜ່ວງ
cri
ຕາມຂ່າວສານຊີນຮວາ: ແຕ່ປີນີ້ມາ, ຫຼາຍເຂດພາກຕາເວັນຕົກຂອງຈີນໄດ້ປະສົບໄພແຫ້ງແລ້ງອັນໜັກໜ່ວງ. ຜູ້ຊ່ຽວຊານເຫັນວ່າ, ນີ້ແມ່ນຜົນຮ້າຍຢ້ອນຫຼັງອັນໜັກໜ່ວງຍ້ອນອາກາດທົ່ວໂລກອຸ່ນຂຶ້ນ.
ນັບມາຮອດປັດຈຸບັນ, ພາກກາງຂອງເຂດນິງເຊ້ຍເຜົ່າຮຸ່ຍປົກຄອງຕົນເອງ ພາກຕາເວັນຕົກສຽງເໜືອຂອງຈີນໄດ້ມີ 600 ກວ່າມື້ລຽນຕິດບໍ່ໄດ້ມີຝົນຕົກແລ້ວ, ການຜະລິດກະສິກຳບໍ່ສາມາດດຳເນີນໄປ. ຢູ່ເມືອງຈິ້ນຢວນແຂວງກ່ານຊູ້, ແຕ່ລະດູໃບໄມ້ຫຼົ່ນປີ 2003 ຮອດວັນທີ 9 ພຶດສະພາປີນີ້ຈຶ່ງມີຝົນຕົກເທື່ອໜຶ່ງ, ແຕ່ປະລິມານນ້ຳຝົນມີພຽງ 7 ມີລີແມັດທໍ່ນັ້ນ, ຊີວິດການເປັນຢູ່ຂອງມວນຊົນໄດ້ຖືກກະທົບຢ່າງໜັກໜ່ວງ.
ສະຖິຕິຫຼ້າສຸດຂອງພາກສ່ວນທີ່ກ່ຽວຂ້ອງຂອງຈີນສະແດງໃຫ້ເຫັນວ່າ, ນັບມາຮອດປັດຈຸບັນ, ເນື້ອທີ່ປູກຝັງທີ່ປະສົບໄພແຫ້ງແລ້ງໃນທົ່ວປະເທດຈີນແມ່ນ 16 ລ້ານກວ່າເຮັກຕາ, ມີ 14 ລ້ານກວ່າຄົນແລະສັດຈຳນວນຫຼວງຫຼາຍປະສົບຄວາມຫຍຸ້ງຍາກຊົ່ວຄາວດ້ານນ້ຳກິນ.
|
|
|