ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-23 15:31:40    
ປະ​ລິ​ມານ​​ຜະ​ລິດ​ນ້ຳ​ມັນ​ດິບ​ຂອງ​ຈີນ​ໄດ້​ເຂົ້າ​ສູ່​ໄລ​ຍະ​ເພີ່ມ​ຂຶ້ນ​ຢ່າງ​ຫມັ້ນ​ທ່ຽງ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ:ປັດຈຸບັນ ປະລິມານ​ການ​ຜະລິດ​ນ້ຳ​ມັນ​ດິບ​ຂອງ​ຈີນ​ໄດ້​ເຂົ້າ​ສູ່​ໄລຍະ​ເພີ່ມ​ຂຶ້ນ​ຢ່າງ​ຫມັ້ນ​ທ່ຽງ,ພາຍ​ໃນ​ຫ້າ​ປີ​ຂ້າງ​ຫນ້າ​ນີ້,ຈະ​ບັນລຸ​ເຖິງ 185 ລ້ານ​ຫາ 195 ລ້ານ​ໂຕນ.

ນັກ​ຂ່າວ​ໄດ້​ຊາບ​ຈາກ​ກອງ​ປະຊຸມ​ຂະ​ແຫນງ​ການ​ອຸດສາຫະ​ກຳ​ເຄມີ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ກຸ້ຍ​ຢາງ ຕົວ​ເມືອງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ວ່າ, ຈີນ​ໄດ້​ສ້າງ​ລະ​ບົບ​ອຸດ​ສາ​ຫະ​ກຳ​ນ້ຳມັນ​ເຊື້ອ​ໄຟ​ອັນ​ຄົບ​ຖ້ວນ,ປີ​ກາຍ​ນີ້,ປະ​ລິ​ມານ​ ​ຜະລິດ​ນ້ຳມັນ​ດິບ​ຂອງ​ຈີນ​​ແມ່ນ 182 ລ້ານ​ໂຕນ.ນອກ​ນີ້, ປະ​ລິ​ມານ​ນ້ຳມັນ​ເຊື້ອ​ໄຟທີ່​ຈີນ​ຢັ່ງ​ແທກ​ໄດ້​ໃນ​ປັດ​ຈຸ​ບັນ​ຍັງ​ຄົງ​ຢູ່​ໃນ​ໄລຍະ​ເພີ່ມ​ຂຶ້ນ​ຢ່າງ​ຫມັ້ນ ທ່ຽງ, ຄຽງ​ຄູ່​ກັບ​ຂອບ​ເຂດ​ຢັ່ງ​ແທກ​ເປີດ​ກວ້າງ​ອອກ,ປະ​ລິ​ມານ​ນ້ຳມັນ​ເຊື້ອ​ໄຟ​ທີ່​ຈີນ​ຢັ່ງ​ແທກ​ໄດ້​ນັ້ນ​ຈີນ​ມີ​ຫວັງ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຂ້ອນ​ຂ້າງ​ຫລາຍ.

​ເຖິງ​ເປັນ​ແນວ​ນີ້​ກໍ່​ຕາມ, ຜູ່​ຊ່ຽວ​ຊານ​ທີ່​ກ່ຽວຂ້ອງ​ຄາດ​ຄະ​ເນ​ວ່າ, ​ເມື່ອ​ຮອດ​ປີ 2010, ຈີນຍັງ​ຂາດ​ເຂີນ​ນ້ຳມັນ​ເຊື້ອ​ໄຟ 150 ລ້ານ​ໂຕນ, ຕ້ອງ​ການ​ນຳ​ເຂົ້າຈາກ​ຕ່າງປະ​ເທດ.