ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-02 19:36:18    
ຝ່າຍ​ຈີນ​ທວງ​ໃຫ້​ຝ່າຍ​ຍີ່​ປຸ່ນ​ເລັ່ງ​ລັດ​ທຳ​ລາຍ​ອາ​ວຸດ​ເຄມີ​ທີ່​ປະ​ຖິ້ມ​ຢູ່​ຈີນ​ນັ້ນ​ໃຫ້​ໄວ​ເຂົ້າ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ຫວ່າງ​ມໍ່ໆ​ນີ້ ພາກສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ກ່າວ​ວ່າ,ທວງ​ໃຫ້ຍີ່ປຸ່ນຈົ່ງ​ປະຕິບັດຕາມ​ຄຳ​ໝັ້ນສັນຍາ​ໃນ"ສົນທິສັນຍາ​​ເກືອດ​ຫ້າມ​ອາວຸດ​ເຄມີ"​ແລະ​ຄຳ​ໝັ້ນສັນຍາ​ໃນ​ບົດ​ບັນທຶກ​ຊ່ອຍ​ຈຳທີ່​ກ່ຽວຂ້ອງ​ລະຫວ່າງ​ຈີນກັບ​ຍີ່ປຸ່ນນັ້ນຢ່າງ​ແທ້​ຈິງ,​ເລັ່ງລັດ​ຂະ​ບວນການ​ວຽກງານ,ທຳລາຍ​ອາວຸດ​ເຄມີ​ທີ່​ຍີ່ປຸ່ນປະ​ຖິ້ມ​ຢູ່​ຈີນນັ້ນຢ່າງ​ເຖິງ​ຖອງ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ຕາມ​ໄດ້​ຊາບ,ທ່ານ​ເກຼັດ ​ບີ ​​ເຢັນ ຫົວໜ້າ​ສະມາຄົມ​ສະຕະວັດ​ໃໝ່​ຍີ່ປຸ່ນ​ຈີນ​ຂອງ​ຍີ່ປຸ່ນ ສະມາຊິກ​ສະພາ​ຕ່ຳ​ສັງກັດ​ພັກ​ໂກ​ເມອີ​ໂຕ​ຂອງ​ຍີ່ປຸ່ນ​ໄດ້​ນຳພາສະມາຊິກ​ສະພາ 5 ຄົນ,ມາ​ສຳ​ຫຼວດຈຸດ​ຝັງ​ອາວຸດ​ເຄມີ​ທີ່​ຍີ່ປຸ່ນ​ປະ​ຖິ້ມ​ ​ເຊິ່ງຖືກ​ປະກົດ​ເຫັນຢູ່​ແຂວງ​ຈິ​ຫຼິນ ພາກ​ຕາ​ເວັນ​ອອກສຽງ​ເໜືອ​ແລະ​ແຂວງກວາງ​ຕຸ້ງພາກ​ໃຕ້​ຂອງ​ຈີນ​ແຕ່​ວັນ​ທີ 29 ​ເມສາ​ຫາ​ວັນ​ທີ 2 ພຶດສະພາ.ຢູ່​ກັບ​ບ່ອນ,ຜູ້​ຮັບຜິດຊອບພະ​ແນ​ກທີ່​ກ່ຽວຂ້ອງ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ແລະກະຊວງ​ປ້ອງ​ກັນ​ປະ​ເທດ​ຈີ​ນ​ໄດ້​ແນະນຳ​ໃຫ້​ຝ່າຍ​ຍີ່ປຸ່ນ​ຊາບກ່ຽວ​ກັບ​ອາວຸດ​ເຄມີ​ທີ່​ຍີ່ປຸ່ນ​ປະ​ຖິ້ມ​ນັ້ນ,​ເປັນ​ການ​ຂົ່ມຂູ່​ແລະສ້າງ​ຜົນ​ຮ້າຍ​ຢ່າງ​ໜັກໜ່ວງ​ຕໍ່​ຊີວິດ ຊັບ​ສິນ​ແລະ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ຂອງ​ປະຊາຊົນ​ໃນ​ທ້ອງ​ຖິ່ນ​​ນັ້ນ,​ແລະ​ຮຽກຮ້ອງສະມາຊິກ​ສະພາ​ຍີ່ປຸ່ນ​ທວງ​ໃຫ້​ຍີ່ປຸ່ນຈົ່ງປະຕິບັດຕາມ​ຄຳ​ໝັ້ນສັນຍາ​ໃນ"ສົນທິສັນຍາ​​ເກືອດ​ຫ້າມ​ອາວຸດ​ເຄມີ"​ແລະ​ຄຳ​ໝັ້ນສັນຍາ​​​ໃນ​ບົດ​ບັນທຶກ​ຊ່ອຍ​ຈຳລະຫວ່າງ​ຈີນ​ຍີ່ປຸ່ນກ່ຽວ​ກັບ​ການ​ທຳລາຍ​ອາວຸດ​ເຄມີ​ທີ່​ຍີ່ປຸ່ນ​ປະ​ຖິ້ມ​ຢູ່​ຈີນ​ນັ້ນຢ່າງ​ແທ້​ຈິງ,​ເລັ່ງລັດ​ຂະ​ບວນການ​ວຽກງານ,ທຳລາຍອາວຸດ​ເຄມີ​ທີ່​ຍີ່ປຸ່ນປະ​ຖິ້ມ​ຢູ່​ຈີນນັ້ນຢ່າງ​ເຖິງ​ຖອງ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.