|
 |
(GMT+08:00)
2006-05-01 16:54:16
|
ທິມຈີນຊີງໄດ້ຊະນະເລີດໃນການແຂ່ງຂັນປິ່ງປ່ອງໝູ່ຄະນະເພດຍິງຊີງຊະນະເລີດໂລກ
cri
Author: da
ຕາມຂ່າວCRI:ການແຂ່ງຂັນປິ່ງປ່ອງໝູ່ຄະນະເພດຍິງຊີງຊະນະເລີດ ໂລກຄັ້ງທີ 48 ໄດ້ສິ້ນສຸດລົງຢູ່ເບຼເມິນຂອງເຢຍລະມັນໃນວັນທີ 30 ເມສາເວລາທ້ອງຖິ່ນ,ທິມເພດຍິງຈີນໄດ້ເອົາຊະນະທິມຮົງກົງຈີນດ້ວຍຄະແນນ 3 ຕໍ່ 1,ແລ້ວຊີງໄດ້ຊະນະເລີດໝູ່ຄະນະ 7 ຄັ້ງລຽນຕິດ.
ນາງຈັ່ງອີນິງ ນາງໂກ່ເຢ້ແລະນາງວັງໜານ ນັກກິລາທິມຈີນໄດ້ລົງສະໜາມ,ນອກຈາກນາງໂກ່ເຢ້ເສຍ 1 ຄະແນນ,ນາງຈັ່ງອີນິງແລະນາງວັງໜານຕ່າງໄດ້ເອົາຊະນະຄູ່ແຂ່ງຂັນຂອງຕົນ.ໃນນັ້ນ ນາງຈັ່ງອີນິງໄດ້ສອງຄະແນນ.ຫຼັງຈາກຊີງໄດ້ຊະນະເລີດຄັ້ງນີ້ແລ້ວ,ນາງວັງໜານໄດ້ເປັນແຊມປຽນໂລກຄັ້ງທີ 19 ແລ້ວ,ກາຍເປັນນັກກິລາປິ່ງປ່ອງຈີນທີ່ເປັນແຊມປຽນໂລກຫຼາຍກວ່າໝູ່.
ທິມເພດຊາຍຈີນໄດ້ເອົາຊະນະທິມເຢຍລະມັນດ້ວຍຄະແນນ 3 ຕໍ່ 1 ໃນການແຂ່ງຂັນໝູ່ຄະນະເພດຊາຍຮອບ 4 ທິມສຸດທ້າຍ,ເຂົ້າສູ່ການແຂ່ງຂັນຮອບສຸດທ້າຍທີ່ຈະຈັດຂຶ້ນໃນວັນທີ 1 ພຶດສະພາເວລາທ້ອງຖິ່ນ.
|
|
|