ຜູ້ຊ່ຽວຊານເຫັນວ່າ,ເວລາສ້າງສາຊົນນະບົດແບບໃໝ່ສັງຄົມນິຍົມຈີນໃຫ້ສຳເລັດໃນປີ 2020 ຈະດີກວ່າ
cri
Author: da
ຕາມຂ່າວສານຊິນຮວາ: ວັນທີ 16 ເມສາ ຢູ່ປັກກິ່ງ ທ່ານຫຼິນອີ້ຟູ່ ນັກເສດຖະສາດທີ່ມີຊື່ສຽງຂອງຈີນກ່າວວ່າ,ເວລາສ້າງສາຊົນນະບົດແບບໃໝ່ສັງຄົມນິຍົມຈີນໃຫ້ສຳເລັດໃນປີ 2020 ຈະດີກວ່າ.
ແຕ່ປີນີ້ເປັນຕົ້ນໄປ,ຈີນເລີ່ມສ້າງສາຊົນນະບົດແບບໃໝ່ສັງຄົມນິຍົມ.ໃນຖານເປັນນັກປາດທີ່ວາງຂໍ້ສະເໜີ"ສ້າງສາຊົນນະບົດແບບໃໝ່"ກ່ອນໝູ່,ທ່ານຫຼິນອີ້ຟູ່ໄດ້ກ່າວໃນເວທີປາໄສກ່ຽວກັບການສ້າງສາຊົນນະບົດແບບໃໝ່ທີ່ກ່ຽວຂ້ອງໃນວັນທີ 16 ເມສາວ່າ,ໃນເມື່ອການສ້າງສາຊົນນະບົດແບບໃໝ່ສັງຄົມນິຍົມທີ່ຖືການສ້າງສາພື້ນຖານໂຄງລ່າງສາທາລະນະເປັນຈຸດລົງມື້ນັ້ນ ແມ່ນເນື້ອໃນອັນຈຳເປັນໃນການສ້າງສັງຄົມພໍຢູ່ພໍກິນຍັງມີສ່ວນເຫຼືອຢ່າງຮອບດ້ານຂອງຈີນ,ໃນເວລາບັນລຸເປົ້າໝາຍສ້າງສັງຄົມພໍຢູ່ພໍກິນຍັງມີສ່ວນເຫຼືອຢ່າງຮອບດ້ານໃນປີ 2020ນັ້ນ,ກໍຄວນສຳເລັດໜ້າທີ່ລັກສະນະຂັ້ນຕອນຂອງການສ້າງສາຊົນນະບົດແບບໃໝ່.
ໃນເວທີປາໄສ,ຜູ້ຊ່ຽວຊານທີ່ເຂົ້າຮ່ວມເວທີປາໄສຈຳນວນໜຶ່ງຍັງສະເໜີອອກມາວ່າ,ຍ້ອນກຳລັງເສດຖະກິດຂອງຊາວກະສິກອນຍັງອ່ອນແອຢູ່,ຍາກທີ່ຈະຫາບແບກການລົງທຶນໃນພື້ນຖານໂຄງລ່າງຢ່າງມະຫາສານ,ລັດຖະບານຈີນຄວນເພີ່ມລາຍຈ່າຍການເງິນເຂົ້າໃນກະສິກຳ.
|
|