ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-14 15:27:49    
ບັນ​ຫາ​ສ້າງ​ທໍ່​ສົ່ງ​ແກ໌ສ​ທຳ​ມະ​ຊາດ​ກາ​ຊັກ​ສະ​ຕັງ​ຈີນ​ພວມ​ເຈ​ລະ​ຈາ​ຢ່າງ​ຕັ້ງ​ໜ້າ

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 13 ​ເມສາ, ທ່ານ​ໂທ​ຄາ​ເຢຟ ລັດຖະ​ມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ກາ​ຊັກ​ສະ​ຕັງ​ທີ່​ພວມ​ຢ້ຽມ​ຢາມ​ຢູ່​ປັກ​ກິ່ງ​ເວົ້າ​ວ່າ, ບັນ ຫາສ້າງ​ທໍ່​ສົ່ງ​​ແກ໌ສທຳ​ມະ​ຊາດ​ລະຫວ່າງ​ກາ​ຊັກ​ສະ​ຕັງ​ກັບ​ຈີນ​ພວມ​ເຈລະຈາ​ຢ່າງ ຕັ້ງໜ້າ.

​ໃນ​ເວລາ​ພົບ​ກັບ​ບຸກຄົນ​ໃນ​ສັງຄົມ​ແລະ​ວົງ​ການ​ການ​ເມືອງ​ຈີນ, ທ່ານ​ໂທ​ຄາ​ເຢຟ​ເວົ້າ​ວ່າ, ອຸດສາ​ຫະກຳ​ນ້ຳມັນ​​ເຊື້ອ​ໄຟ​ຂອງ​ກາ​ຊັກ​ສະ​ຕັງໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ຕົ້ນຕໍ​ລະຫວ່າງ​ຈີນ​ກາ​ຊັກ​ສະ​ຕັງ.

ທ້າຍ​ປີ​ກາຍ​ນີ້, ຈີນ​ກາ​ຊັກ​ສະ​ຕັງ​ໄດ້​ສຳ​ເລັດ​ການ​ສ້າງ​ໂຄງການ​ທໍ່​ສົ່ງ​ນ້ຳມັນ​ເຊື້ອ​ໄຟ​ລະຫວ່າງ​ຈີນ​ກາ​ຊັກ​ສະ​ຕັງ​ໄລ​ຍະ​ທີ​ໜຶ່ງ​ແຕ່ "ອາຕາ​ຊູ​ເນັ່ງ​ໄປ​ຫາ​ປາກ​ພູ​ອາລາ". ນອກ​ນີ້, ສອງ​ຝ່າຍ​ກໍ່​ໄດ້​ຫາລື​ບັນຫາ​ສ້າງ​ທໍ່​ສົ່ງ​ແກ໌ສທຳ​ມະ​ຊາດທີ່​ເຊື່ອມ​ຕໍ່​ສອງ​ປະ​ເທດ​ຕະຫຼອດ​ມາ. ນີ້​ຈະ​ແມ່ນ​ໂຄງການ​ຮ່ວມ​ມື​ດ້ານ​ພະລັງງານ​ຂະໜາດ​ໃຫຍ່​ອີກ​ໂຄງການ​ໜຶ່ງ​ລະຫວ່າງ​ຈີນ​ກັບ​ກາ​ຊັກສະ​ຕັງ.