ຕາມຂ່າວcri:ວັນທີ12ເມສາ,ຢູ່ທີ່ປັກກິ່ງ,ທ່ານໂຈ່ວໂສວມີນ ຮອງຫົວໜ້າສະຖາບັນວາງແຜນສິ່ງແວດລ້ອມຈີນກ່າວວ່າ,ປີນີ້,ຈີນຈະສືບຕໍ່ເພິ່ມທະວີວຽກງານອະນຸລັກສິ່ງແວດລ້ອມ,ເພິ່ມທະວີການປ້ອງກັນປົວແປງການເຊື່ອມພິດໃຫ້ແຂງແຮງກວ່າເກົ່າ,ປົວແປງຄຸນນະພາບສິ່ງແວດລ້ອມຂອງເຂດຈຸດໜັກໃຫ້ດີຂຶ້ນ.
ໃນງານຊຸມນຸມນັກຂ່າວເທື່ອໜຶ່ງ,ທ່ານໂຈ່ວໂສວມີນເວົ້າວ່າ,ປີນີ້,ຈີນຈະເພິ່ມທະວີວຽກງານປ້ອງກັນແລະປົວແປງການເຊື່ອມພິດຂອງເຂດຈຸດໜັກຕື່ມອີກ,ລວມທັງເຮັດວຽກງານປ້ອງກັນແລະປົວແປງການເຊື່ອມພິດນ້ຳຢູ່ແມ່ນນ້ຳຊົ່ງຮວ່າແລະເຂດອ່າງຂັງນ້ຳສ່ານເຊຍ,ຍົກຄວາມສາມາດຕິດຕາມວັກແທກສິ່ງແວດລ້ອມໃຫ້ສູງຂຶ້ນ,ຮັບປະກັນໃຫ້ມວນຊົນມີສິດຜົນປະໂຫຍດສິ່ງແວດລ້ອມແລະໃຫ້ເສດຖະກິດພັດທະນາຢ່າງປອດໃສ.
ທ່ານໂຈ່ວໂສວມີນກ່າວວ່າ,ໃນ5ປີຂ້າງໜ້ານີ້,ຈີນຈະລົງທຶນຫຼາຍກວ່າເກົ່າເຂົ້າໃນການອະນຸລັກສິ່ງແວດລ້ອມ,ເສີມສ້າງລະບົບຕິດຕາມກວດກາການປະຕິບັດກົດໝາຍສິ່ງແວດລ້ອມ.ໃນ5ປີທີ່ຜ່ານມາ,ຈີນໄດ້ລົງທຶນ600ກວ່າຕື້ຢວນເຂົ້າໃນການປົວແປງສິ່ງແວດລ້ອມເຊື່ອມພິດ.
|