ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-07 11:25:13    
ເຈົ້າ​ຍິງ​ບຼູ​ໄນ​​ໄປ​ສະ​ເດັດ​ເຄົາ​ລົບ​ສຸ​ສານ​ເຈົ້າ​ຊີ​ວິດ​​ໂປ​ນີ​ສະ​ໄໝ​ບູ​ຮານ​ຢູ່​ເມືອງ​ນານ​ກິ່ງ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ6​ເມສາ,​ສົມ​ເດັດ​ມາສ໌ນາ ​ເຈົ້າ​ຍິງ​ບຼູ​ໄນ​ໄດ້​​ໄປສະ​ເດັດ​ເຄົາລົບ​ສຸ​ສານ​ເຈົ້າ​ຊີ​ວິດ​ໂປ​ນີສະ​ໄໝບູ​ຮານ,ແລະ​ໄດ້​ເປີດ​ປ້າຍ"ຫໍມິດ​ຕະ​ພາບ​ຈີນ​ ​ບຼູ​ໄນ".

ໂປ​ນີ​ສະ​ໄໝ​ບູຮານ​ກໍ່​ແມ່ນ​ບຼູ​ໄນ​ໃນ​ປັດຈະ​ບັນ. ​ຄ.ສ.ປີ1408,​ເຈົ້າ​ຊີວິດ​ໂປ​ນີສະ​ໄໝ​ບູຮານ​ຝັກ​ໃຝ່​ອາລະຍະ​ທຳ​ຈີນ,ກໍ່​ໄດ້ພາ​ພະ​ເຈົ້າ​​ມະ​ເຫ​ສີ,​ເຈົ້າ​ຊາຍ​​ ​ມາ​ຢາມ​ຈີນ,​ຍ້ອນ​​ເປັນ​ພາ​ຍາດ,​ເຈົ້າ​ຊີວິດ​ສະຫວັນ​ນະ​ຄົດ​ຢູ່​ເມືອງ​ນານ​ກິ່ງ.​ເຈົ້າ​ຊີວິດ​ຈີນ​ເຄົາລົບ​ຄຳ​ພິ​ໄນ​ກຳ​ທີ່"ຫວັງຝັງ​ຢູ່​ຈີນ"ຂອງ​ເຈົ້າ​ຊີວິດ​ອົງ​ນີ້,ກໍ່​ຝັງ​ເຈົ້າ​ຊີວິດ​ຕ່າງປະ​ເທດ​ຜູ້​ນີ້​ດ້ວຍ​ພິທີ​​ໃຫ້ກ​ກຽດ​ສູງ.

ໃນ​ພິທີ​​ເປີດ​ປ້າຍ​ຜ້າ,ເຈົ້າ​ຍິງ​ມາສ໌ມາກ່າວ​ວ່າ,ສຸສານ​ເຈົ້າ​ຊີວິດ​ໂປ​ນີສະ​ໄໝ​ບູຮານ​ເປັນ​ພິຍານ​ຫຼັກ​ຖານ​ຂອງ​ມິດຕະພາບ​ລະຫວ່າງ​ຈີນ​​ບຼູ​ໄນ.