ຕາມຂ່າວໜັງສືພິມ"ເຢິນມິນຢື້ປ້າວ":ອາກາດແຫ້ງແລ້ງຫຼາຍເດືອນໄດ້ເຮັດໃຫ້ດິນປູກຝັງຈີນ14ລ້ານເຮັກຕາຂອງຈີນປະກົບໄພແຫ້ງແລ້ງ.
ຕາມແນະນຳວ່າ,ປະຈຸບັນ,ນ້ຳໃຊ້ໃນການປູກຝັງລະດູໃບໄມ້ປົ່ງ,ນ້ຳອຸດສາຫະກຳແລະນ້ຳໃຊ້ໃນຊີວິດການເປັນຢູ່ໃນຫຼາຍເຂດຂອງຈີນໄດ້ແຈ້ງສະພາບຄັບຂັນ,ການປູກຝັງໃນລະດູໃບໄມ້ປົ່ງທີ່ປະສົບໄພແຫ້ງແລ້ງ ໂດຍສະເພາະແມ່ນການປູກເຂົ້ານານ້ຳແລະການເຕີບໃຫຍ່ຂອງເຂົ້າເບຼໄດ້ປະສົບຄວາມຫຍຸ້ງຍາກຢ່າງໜັກໜ່ວງ.
ໃນຫຼາຍປີມານີ້,ຈີນໃຊ້ວິທີລະບາຍນ້ຳ,ອັດຕານຳໃຊ້ນ້ຳທີ່ບັງເກີດຜົນໃນປັດຈຸບັນມີພຽງ40%,ຕ່ຳກວ່າລະດັບ70%ຫາ80%ຂອງປະເທດພັດທະນາຕ່າງໆ ເຊັ່ນປະເທດເອີລົບເປັນຕົ້ນຢ່າງຫຼວງຫຼາຍ.ໄພແຫ້ງແລ້ງຂາດນ້ຳໄດ້ຈຳກັບກະສິກຳພັດທະນາຢ່າງໜັກໜ່ວງ. ຫຼາຍປີມານີ້,ແຕ່ລະປີຈີນໄດ້ເສຍຫາຍຜົນຜະລິດທັນຍາຫານ50ລ້ານໂຕນຍ້ອນໄພແຫ້ງແລ້ງ.
|