ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-01 18:37:03    
ຍີ່​ປຸ່ນກັບ​ຈີນ​ດຳ​ເນີນ​ການ​ແລກ​ປ່ຽນ​ທຸກ​ຂັ້ນ​ຢ່າງ​ຕັ້ງ​ໜ້າ​ແມ່ນ​ສຳ​ຄັນ​ທີ່​ສຸດ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 31 ມີນາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ໂຄ​ມູລາ ມາ​ຊາ​ຮິ​ໂຄ ອະ​ດິດລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່​ປຸ່ນ ປະມານ​ສະຫະພັນ​ສະມາຊິກ​ສະພາ​ມິດຕະພາບຍີ່​ປຸ່ນຈີນກ່າວ​ວ່າ, ບໍ່​ວ່າການ​ພົວພັນລະຫວ່າງ​ຍີ່​ປຸ່ນຈີນ​ຕົກຢູ່​ໃນ​ສະພາບ​ແນວ​ໃດ​, ການ​ດຳ​ເນີນ​ການ​​ແລກປ່ຽນ​ທຸກຂັ້ນຢ່າງ​ຕັ້ງໜ້າ​ນັ້ນລ້ວນ​ແຕ່​ແມ່ນ​ສຳຄັນ​ທີ່​ສຸດ.

ທ່ານ​ໂຄ​ມູລາ ມາ​ຊາ​ຮິ​ໂຄ​ພວມ​ຢ້ຽມຢາມ​ປັກ​ກິ່ງ​ໃນ​ນາມ​ເປັນ​ປະທານຜູ້​ໜຶ່ງ​ຂອງ 7 ຄະນະ​ມິດຕະພາບຍີ່​ປຸ່ນຈີນ. ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 31 ມີນາ, ທ່ານ​ກ່າວ​ວ່າ, ການ​ພົວພັນ​ເສດຖະກິດ​ທີ່​ດີງາມ​ລະຫວ່າງ​ຍີ່​ປຸ່ນຈີນ​ແມ່ນ​ໝາກຜົນ​​ ​ທີ່ຜູ້​ອາວຸ​ໂສ​ທຳ​ຄວາມ​ພະຍາຍາມ​​ເພື່ອ​ໄມຕີ​ຈິດ​ລະຫວ່າງ​ຍີ່​ປຸ່ນຈີນ, ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດ, ປັດຈຸບັນ, ການພົວພັນ​ການ​ເມືອງລະຫວ່າງຍີ່​ປຸ່ນຈີນ​​ບໍ່​ສົມ​ຫວັງ​ປານ​ໃດ, ​ແຕ່​ຖ້າ​ກະທົບ​ເຖິງ​ການ​ພົວພັນ​​ເສດຖະກິດ, ​ເວົ້າສຳລັບ​ສອງ​ຝ່າຍ​ແລ້ວ, ​ລ້ວນ​ແຕ່​ແມ່ນ​ການ​ເສຍ​ຫາຍ.

ວັນ​ທີ 31 ມີນາ, ປະທານ​ຂອງ 7 ຄະນະ​ມິດຕະພາບຍີ່​ປຸ່ນຈີນ​ຂອງ​ຍີ່​ປຸ່ນ​ໄດ້​ຈັດງານ​ສົນທະນາ​ກັບຜູ້ນຳ​ຄະນະປະຊາຊົນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ. ທ່ານ​ຫູ​ຈີນ​ທ່າ​ວ ປະທານ​ປະ​ເທດ​ຈີນ ​ແລະ​ທ່ານ​ຖາງ​ເຈຍ​ສຽນ ທີ່​ປຶກສາ​ແຫ່ງ​ລັດ​ຕ່າງ​ໄດ້​ພົບ​ປະ​ປະ​ທານ​​ພ້ອມ​ດ້ວຍ​ສະມາຊິກຂອງ 7 ຄະນະ.