|
 |
(GMT+08:00)
2006-03-31 17:45:41
|
ໂຄງການຮ່ວມທຶນອຸດສາຫະກຳນ້ຳມັນເຄມີທີ່ໃຫຍ່ກວ່າໝູ່ຂອງຈີນເລີ່ມຜະລິດຜົນຢ່າງເປັນທາງການ
cri
Author: da
ຕາມຂ່າວສານຊິນຮວາ:ວັນທີ31ມີນາ,ໂຄງການອຸດສາຫະກຳນ້ຳມັນເຄມີນານໄຫShellຈົ່ງໄຫ ຊຶ່ງເປັນໂຄງການຮ່ວມທຶນອຸດສາຫະກຳນ້ຳມັນເຄມີທີ່ໃຫຍ່ກວ່າໝູ່ຂອງຈີນເລີ່ມຜະລິດຜົນຢ່າງເປັນທາງການຢູ່ເມືອງຮຸ້ຍໂຈ່ວແຂວງກວາງຕຸ້ງ.
ນັກຂ່າວໄດ້ຊາບຈາກບໍລິສັດໃຫຍ່ນ້ຳມັນທະເລຈີນວ່າ,ໂຄງການອຸດສາຫະກຳນ້ຳມັນເຄມີທີ່ມີຂະໜາດລະດັບໂລກດັ່ງກ່າວແມ່ນບໍລິສັດນ້ຳມັນຈົ່ງໄຫ ບໍລິສັດນ້ຳມັນ Shell ຫຼວງໂຮນຣັງ ແລະແຂວງກວາງຕຸ້ງຈີນເປັນຜູ້ຮ່ວມລົງທຶນ,ທຶນທັງໝົດມີ 4 ຕື້ກວ່າໂດລາສະຫະລັດ.ໃນນັ້ນ,ບໍລິສັດ Shell ຖືຫຸ້ນ50%.
ຕາມຊາບວ່າ,ພາຍຫຼັງໂຄງການນີ້ເລີ່ມຜະລິດຜົນແລ້ວ,ແຕ່ລະປີຈະຜະລິດຜະລິດຕະພັນເຄມີ 2 ລ້ານ 3 ໝື່ນໂຕນ,ຕົ້ນຕໍຈະສະໜອງໃຫ້ເຂດແຄມທະເລທາງພາກຕາເວັນອອກສຽງໃຕ້ຂອງຈີນທີ່ຕ້ອງການຜະລິດຕະພັນເຄມີຫຼາຍ,ຜະລິດຕະພັນສ່ວນໜຶ່ງຈະຂາຍໄປຢູ່ຕະຫຼາດຕ່າງປະເທດ.
|
|
|