|
 |
(GMT+08:00)
2006-03-29 16:24:14
|
 |
ຈີນຈະເລີ່ມປະຕິບັດ"ໂຄງການໃຫ້ຊາວກະສິກອນຫຼິ້ນກິລາຫັດກາຍ"
cri
Author: da
ຕາມຂ່າວCRI: ວັນທີ 29 ມີນາ ຢູ່ປັກກິ່ງ ທ່ານເຟີງຈ້ຽນຈົ່ງ ຮອງຫົວໜ້າກົມໃຫຍ່ກິລາແຫ່ງຊາດຈີນເວົ້າວ່າ,ພາຍໃນ 5 ປີຂ້າງໜ້າ,ລັດຖະບານຈີນຈະຍາດແຍ່ງໃຫ້ໝູ່ບ້ານ 1 ສ່ວນ 6 ໃນທົ່ວປະເທດຢ່າງໜ້ອຍສ້າງເດີ່ນບານບ້ວງຊີມັງທີ່ໄດ້ມາດຖານແຫ່ງໜຶ່ງແລະໂຕະຫຼິ້ນປິ່ງໂປ່ງນອກຫ້ອງ 2 ໂຕະ.
ຈຸດປະສົງດັ່ງກ່າວທີ່ທ່ານເຟີງຈ້ຽນຈົ່ງປະກາດນີ້,ແມ່ນພາກສ່ວນປະກອບອັນໜຶ່ງໃນແຜນການຍາວນານຂອງລັດຖະບານຈີນທີ່ວາງອອກເພື່ອປົວແປງເງື່ອນໄຂຫັດກາຍຂອງຊາວກະສິກອນຈີນໃຫ້ດີຂຶ້ນ.ທ່ານເຟີງຈ້ຽນຈົ່ງແນະນຳວ່າ,ແຜນການ"ໂຄງການໃຫ້ຊາວກະສິກອນຫຼິ້ນກິລາຫັດກາຍ"ນີ້,ເນື້ອໃນຕົ້ນຕໍມີດັ່ງລຸ່ມນີ້:ຖືການສ້າງອຸປະກອນກິລາສາທາລະນະຂະໜາດນ້ອຍທີ່ລາຄາຖືກແລະໃຊ້ໄດ້ໂດຍທົ່ວໄປຢູ່ຊົນນະບົດອັນໄພສານຂອງຈີນເປັນຈຸດໜັກ,ສ້າງສະໜາມກິລາຢູ່ຄຽງຂ້າງຊາວກະສິກອນ,ພ້ອມທັງຊຸກຍູ້ການສ້າງສາອົງການຈັດຕັ້ງກິລາໃນຊົນນະບົດ,ດຳເນີນການເຄື່ອນໄຫວກິລາຊົນນະບົດຢ່າງກວ້າງຂວາງ.ໂຄງການນີ້ຈະເລີ່ມປະຕິບັດແຕ່ປີນີ້ເປັນຕົ້ນໄປ,ແລະຈະກາຍເປັນວຽກງານສຳຄັນລາຍໜຶ່ງຂອງຂະແໜງການບໍລິຫານກິລາຈີນພາຍໃນໄລຍະຍາວສົມຄວນຂ້າງໜ້ານີ້.
|
|
|