ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-19 18:27:00    
ຊາວ​ກະສິກອນ​ຈີນ​ນັບ​ມື້​ນັບ​ຫຼາຍ​ເລີ່ມ​ຊື້​ຂອງ​ຢູ່​"ຊູ​ເປີມາ​ເກັດ​ຊົນ​ນະ​ບົດ"

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ການ​ເລາະຫຼິ້ນຢູ່​ຊູ​ເປີ​ມາ​ເກັດ​ທີ່ໜ້າບ້ານ ຫຼືຂີ່ລົດຍານພາຫະນະ​ທີ່​ສະດວກ​ໄປ​ຊື້​ເຄື່ອງ​ໃຊ້​ປະຈຳ​ວັນ​ຢູ່​ຊູ​ເປີ​ມາ​ເກັດ​ໃນ​ເມືອງ​,  ພວມ​ກາຍ​ເປັນ​ຄວາມນິຍົມ​ໃໝ່​ໃນ​ຫຼາຍໝູ່​ບ້ານຊົນນະບົດ​ຂອງ​ຈີນ.

ຕາມ​ຕົວ​ເລກ​ທີ່​ກະຊວງ​ການ​ຄ້າ​ຈີນ​ປະກາດ, ​ແຕ່​ເດືອນ​ກຸມພາ​ປີ​ກາຍ​ເປັນຕົ້ນມາ, ​ໄດ້​ສຳ​ເລັດ​ການ​ສ້າງຕັ້ງຊູ​ເປີ​ມາ​ເກັດ​ຊົນນະບົດ 71 ພັນຫຼັງ​ແລ້ວ, ຊາວ​ກະສິກອນ​ປະມານ 100 ລ້ານ​ຄົນ​ສາມາດ​​​ຊອບ​ປິງຊູ​ເປີ​ມາ​ເກັດ​ທີູ່​ໜ້າ​ບ້ານ.

ປັດຈຸບັນ, ຢູ່ຈີນ​ມີ​ຊາວ​ກະສິກອນ 900 ກວ່າ​ລ້ານ​ຄົນ. ​ໃນຫຼາຍສິບປີກ່ອນ​ໜ້າ​ນີ້, ​ໄທບ້ານ​ຊົນນະບົດຈີນ​ຕົ້ນຕໍ​ແມ່ນ​​ໄປຊຶ້ຂອງ​ຢູ່​ຕະຫຼາດນັດ​ຊົນນະບົດ, ມັກ​ມີ​ບັນຫາ​ຕ່າງໆ​ເຊັ່ນ​ຂອງ​ປອມຫຼາຍ, ລາ​ຄາ​​ແພງ, ​ແລະ​ມີ​ສິນຄ້າຊະນິດ​ໜ້ອຍ. "ຊູ​ເປີ​ມາ​ເກັດຊົນນະບົດ"​ໃຊ້​ມາດ​ຕະການ​ຕ່າງໆ​ເຊັ່ນ​ປະກອບ​ສິນຄ້າຢ່າງ​​ເປັນ​ເອກະພາບກັບ, ກຳນົດ​ລາຄາຕາຍ​ຕົວຢ່າງ​ຈະ​ແຈ້ງ, ​ແລະ​ຮັບປະກັນ​ຄຸນ​ນະພາ​ບ​ເປັນຕົ້ນ, ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາ​ໃຫ້​ຊາວ​ກະສິກອນ.

ຕາມ​​ແຜນການ​ຂອງ​ກະຊວງ​ການ​ຄ້າ, ກ່ອນ​ທ້າຍ​ປີ 2007, ຈີນ​ຈະ​ມີ​ຊູ​ເປີ​ມາ​ເກັດ​ຊົນນະບົດ 2 ​ແສນ 5 ໝື່ນຫຼັງ.