ຜູ້ແທນສະພາປະຊາຊົນແຫ່ງຊາດຈີນແລະກຳມະການສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນກ່າວປະນາມຕໍ່ລັດຖະມົນຕີການຕ່າງປະເທດຍີ່ປຸ່ນແຊກແຊງວຽກງານພາຍໃນຂອງຈີນ
cri
Author: da
ຕາມຂ່າວສານຊິນຮວາ:ວັນທີ 10 ມີນາ,ຜູ້ແທນສະພາປະຊາຊົນແຫ່ງຊາດຈີນແລະກຳມະການສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນທີ່ພວມເຂົ້າຮ່ວມກອງປະຊຸມສອງສະພາຢູ່ປັກກິ່ງໄດ້ກ່າວປະນາມການກະທຳຂອງທ່ານອາໂຊ ທາໂຣ ລັດຖະມົນຕີການຕ່າງປະເທດຍີ່ປຸ່ນທີ່ແຊກແຊງວຽກງານພາຍໃນຂອງຈີນຢ່າງຮ້າຍກາດ.
ວັນທີ 9 ມີນາ ທ່ານອາໂຊ ຄາໂຣ ໄດ້ປະກອບຄຳຄິດຄຳເຫັນກ່ຽວກັບບັນຫາໄຕ້ຫວັນ,ກ່າວວ່າ ໄຕ້ຫວັນແມ່ນ"ປະເທດໜຶ່ງ",ຍີ່ປຸ່ນກັບໄຕ້ຫວັນຄວນຮັກສາ"ການພົວພັນລະຫວ່າງສອງປະເທດ". ທ່ານວັງເຢ້ເຊີ້ງ ຜູ້ແທນສະພາປະຊາຊົນແຫ່ງຊາດຈີນແລະທ່ານອື່ນໆກ່າວວ່າ,ບັນຫາໄຕ້ຫວັນແລະບັນຫາປະຫວັດສາດລ້ວນແຕ່ແມ່ນພື້ນຖານສຳຄັນໃນການພົວພັນລະຫວ່າງຈີນກັບຍີ່ປຸ່ນ.ຍີ່ປຸ່ນໄດ້ໃຫ້ຄຳໝັ້ນສັນຍາໃນບັນຫາໄຕ້ຫວັນໃນເອກະສານການເມືອງສາມສະບັບລະຫວ່າງຈີນກັບຍີ່ປຸ່ນ,ມັນເດັ່ນຊັດແລ້ວວ່າ,,ຖ້ອຍຄວາມຂອງທ່ານອາໂຊ ທາໂຣ ໄດ້ຝ່າຝືນກັບຄຳໝັ້ນສັນຍາຂອງຝ່າຍຍີ່ປຸ່ນ,ທຳລາຍພື້ນຖານການເມືອງແຫ່ງການພົວພັນລະຫວ່າງຈີນກັບຍີ່ປຸ່ນ.
ກຳມະການສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນເຊັ່ນທ່ານນາງລົງຊ່າວຢຸນເປັນຕົ້ນໄດ້ກ່າວວ່າ,ຖ້ອຍຄວາມຂອງທ່ານອາໂຊ ທາໂຣບໍ່ມີຜົນດີຕໍ່ການປົວແປງການພົວພັນລະຫວ່າງຈີນກັບຍີ່ປຸ່ນໃຫ້ດີຂຶ້ນ,ບໍ່ມີຜົນດີຕໍ່ສະຖຽນລະພາບຂອງສະຖານະການຊ່ອງແຄບໄຕ້ຫວັນ,ແລະກໍ່ບໍ່ມີຜົນດີຕໍ່ສະຖຽນລະພາບຂອງພາກພື້ນອາຊີປາຊິຟິກແລະຂອງໂລກ.ທ່ານອາຊາ ທາໂຣຄວນຮູ້ແຈ້ງວ່າ,ຍີ່ປຸ່ນມີໜ້າທີ່ຮັບຜິດຊອບອັນເຕັມສ່ວນຕໍ່ການພົວພັນລະຫວ່າງຈີນກັບຍີ່ປຸ່ນຕົກຕ່ຳລົງ.
|
|