ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-07 21:26:45    
ທິດ​ຕົ້ນ​ຕໍ​ຂອງ​ການ​ລົງ​ທຶນ​ຂອງ​ລັດ​ຖະ​ບານ​ຈີນ​​ໃນ​ປີ​ນີ້​ແມ່ນ​ປົວ​ແປງ​ເງື່ອນ​ໄຂ​ການ​ຜະ​ລິດ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊົນ​ນະ​ບົດ​ໃຫ້​ດີ​ຂຶ້ນ

cri

ຕາມ​ຂ່າວcri:ບົດ​ລາຍ​ງານ​ສອງ​ສະບັບ​ທີ່​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ພວມ​ສຳ​ຫຼວດ​ພິຈາ​ລະ​ນາ​ ສະ​ແດງ​ໃຫ້​ເຫັນ​ວ່າ,ທິດ​ຕົ້ນຕໍ​​ຂອງການ​ລົງ​ທຶນ​ຂອງ​ລັດຖະ​ບານ​ຈີນ​ໃນ​ປີ​ນີ້​ແມ່ນ​ປົວ​ແປງ​ເງື່ອນ​ໄຂ​ການ​ຜະລິດ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊົນນະ​ບົດ​ໃຫ້​ດີ​ຂຶ້ນ,ຊຸກ​ຍູ້​ພາລະ​ກິດ​ສັງຄົມ​ເຊັ່ນ,ການ​ສຶກ​ສາ​ພື້ນ​ຖານ,ສາ​ທາ​ລະນະ​ສຸກ​ເປັນ​ຕົ້ນ​ໃຫ້​ພັດ​ທະ​ນາ,​​ແຜນ​ການ​​ລາຍ​ຈ່າຍ​​ການເງິນ​ທີ່​ກ່ຽວຂ້ອງ​ຈະອ່ຽງ​​ໄປສູ່ຂົງ​ເຂດ​ທີ່​ເສດຖະ​ກິດ​ສັງ​ຄົມ​ພັດ​ທະນາ​ອ່ອນ​ແອ​​ເຫຼົ່າ​ນີ້.

ບົດ​ລາຍ​ງານ​ສອງ​ສະບັບ​ນີ້​ແມ່ນ​ບົດ​ລາຍ​ງານ​ຮ່າງ​ແຜນພັດ​ທະນາ​ເສດຖະກິດ​ແຫ່ງ​ຊາດ​ແລະ​ສັງຄົມ​​ແລະ​ບົດ​ລາຍ​ງານ​ຮ່າງ​ງົບປະ​ມານ​ການ​ເງິນ.ບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ວ່າ,ປີ​ນີ້,​ລາຍ​ຈ່າຍ​ຂອງງົບ​ປະມານ​ການ​ເງິນມີ​ແຜນ​ຈະ​ໃຊ້​ໃນ​ຊົນນະບົດ​​ເກືອບ340​ຕື້​ຢວນ,​ເພິ່ມຂຶ້ນ​ຫຼາຍ​ກວ່າ14%​ເມື່ອ​ທຽບ​ກັບ​ປີ​ກາຍ,ມາດຕະ​ສ່ວນ​ກວມGNP​ຂອງຂຸມ​ການ​ເງິນ​ ໃນ​ແຜນ​ການຈະ​ຫຼຸດ​ລົງ​ຕື່ມ​ອີກ.

ຮ່າງ​ບົດ​ລາຍ​ງານ​ສອງ​ສະ​ບັບ​ນີ້​ຈະ​ເອົາໃຫ້​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ທີ14​ມີນາ.