ຕາມຂ່າວCRI:ວັນທີ 6 ມີນາ ຢູ່ທີ່ປັກກິ່ງ ທ່ານມາໄຂ ປະທານຄະນະກຳມະການພັດທະນາແລະປະຕິຮູບແຫ່ງລັດຈີນເຜີຍໃຫ້ຮູ້ວ່າ,ແຫຼ່ງສະສົມນ້ຳມັນແຫ່ງລັດຈີນແຫ່ງທຳອິດ ຄາດວ່າຈະເລີ່ມໃຊ້ການໃນທ້າຍປີນີ້.
ທ່ານມາໄຂແມ່ນເຜີຍຂ່າວນີ້ໃນງານຖະແຫຼງຂ່າວທີ່ຈັດຂຶ້ນໃນມື້ດຽວກັນ.ທ່ານເວົ້າວ່າ,ການສ້າງສາລະບົບສະສົມນ້ຳມັນແຫ່ງລັດຈີນຫາກໍ່ເລີ່ມຕົ້ນ,ປະຈຸບັນ,ແຫຼ່ງສະສົມນ້ຳມັນແຫ່ງລັດທີ່ພວກກໍ່ສ້າງຕາມແຜນນັ້ນມີ 4 ແຫ່ງ,ໃນນັ້ນ ມີແຕ່ແຫຼ່ງສະສົມນ້ຳມັນຢູ່ເມືອງເຈີ້ນໄຫແຂວງເຈີ້ຈ່ຽງພາກຕາເວັນອອກຂອງຈີນໄດ້ສ້າງສຳເລັດຖັງສະສົມນ້ຳມັນແລ້ວ,ຄາດວ່າຈະໃຊ້ການໄດ້ໃນທ້າຍປີນີ້,ອີກສາມແຫ່ງກຳລັງກໍ່ສ້າງຢູ່,ກະວ່າຈະສ້າງສຳເລັດໃນປີໜ້າຫຼືປີຮື.
ທ່ານມາໄຂເວົ້າວ່າ,ພາຍຫຼັງແຫຼ່ງເຫຼົ່ານີ້ສ້າງສຳເລັດແລ້ວ,ຈີນຈະຫາໂອກາດຕາບຈູນຄັງສະສົມນ້ຳມັນ.
|