|
 |
(GMT+08:00)
2006-03-01 20:35:05
|
ຈີນມີຊາວກະສິກອນ 55 ລ້ານຄົນເຂົ້າຮ່ວມການປະກັນບຳນານ
cri
Author: min
ຕາມຂ່າວສານຊິນຮວາ: ວັນທີ 1 ມີນາ, ທ່ານທຽນເຊິງພິງ ລັດຖະມົນຕີກະຊວງແຮງງານແລະປະກັນສັງຄົມຈີນເວົ້າວ່າ, ຮອດທ້າຍປີກາຍນີ້, ຈີນໄດ້ມີຊາວກະສິກອນ 55 ລ້ານຄົນໄດ້ເຂົ້າຮ່ວມການປະກັນບຳນານເຊິ່ງເປັນການປະກັນສັງຄົມທີ່ແຕ່ກ່ອນມີແຕ່ພົນລະເມືອງໃນຕົວເມືອງຈຶ່ງມີສິດເຂົ້າຮ່ວມ.
ປະຊາກອນຜູ້ທີ່ມີອາຍຸສູງຂອງຈີນມີ 60% ຂຶ້ນໄປດຳລົງຊີວິດຢູ່ຊົນນະບົດ. ປະຊາກອນຊົນນະບົດສ່ວນຫຼາຍຍັງຢູ່ນອກລະບອບປະກັນບຳນານ.
ທ່ານທຽນເຊິງພິງເຜີຍໃຫ້ຮູ້ວ່າ, ເພື່ອໃຫ້ປະຊາກອນຊົນນະບົດຫຼາຍກວ່າເກົ່າເມື່ອເຖົ້າແລ້ວມີຄົນລ້ຽງ, ຕໍ່ໄປພາຍໜ້າ, ຈີນຈະສຸມກຳລັງແກ້ໄຂບັນຫາເຂົ້າຮ່ວມການປະກັນບຳນານຂອງກຳມະກອນທີ່ເປັນຊາວກະສິກອນແລະພະນັກງານກຳມະກອນຂອງວິສາຫະກິດຊົນນະບົດຈຳນວນໜຶ່ງ.
|
|
|