ຕາມຂ່າວcri:ວັນທີ27ກຸມພາ,ກົມໃຫຍ່ອະນຸລັກສິ່ງແວດລ້ອມແຫ່ງຊາດຈີນປະກາດວ່າ,ປະຕິບັດການເຊົາການຜະລິດຕໍ່ວິສາຫະກິດ3ແຫ່ງທີ່ເຮັດໃຫ້ນ້ຳຂອງແມ່ນ້ຳມູດ່ານຈຽງຖືກເຊື່ອມພິດ.
ປະມານໜຶ່ງອາທິດກ່ອນ,ຢູ່ບ່ອນເອົານ້ຳຂອງແຫຼ່ງນ້ຳເມືອງມູດ່ານຈຽງແຂວງເຮລົງຈຽງໄດ້ປະກົດມີວັດຖຸຮູບຍອງຝ້າຍທີ່ບໍ່ຮູ້ກົກເຄົ້າທີ່ຍາວ20ກິໂລແມັດ.ເມື່ອຜູ້ຊ່ຽວຊານກວດກາແລ້ວເຫັນວ່າ,ວັດຖຸລອຍນ້ຳຮູບຍອງຝ້າຍນີ້ແມ່ນເຫັດໃນນ້ຳຊະນິດໜຶ່ງທີ່ເອື້ນວ່າເຫັດຮູບຫວີໃນນ້ຳ.ເຖິງວ່າເຫັດຮູບຫວີໃນນ້ຳບໍ່ມີພິດກໍ່ຕາມ,ແຕ່ພັດແມ່ນຊີວະຊາດທີ່ບົ່ງບອກວ່ານ້ຳຖືກເຊື່ອມພິດ.ສ່ວນສາເຫດຕົ້ນຕໍທີ່ເຮັດໃຫ້ນ້ຳຖືກເຊື່ອມພິດນັ້ນແມ່ນ,ໂຮງງານຜະລິດເຫຼົ້າແຫ່ງໜຶ່ງທີ່ຢູ່ຍ່ານເໜືອຂອງຍອດແມ່ນ້ຳມູດ່ານຈຽງໄດ້ລະບາຍຂີ້ສ່າເຂົ້າໃນແມ່ນ້ຳ,ນອກນີ້,ຍັງມີວິສາຫະກິດອີກສອງແຫ່ງໄດ້ລະບາຍນ້ຳເສຍເກີນມາດຖານ.
|