|
 |
(GMT+08:00)
2006-02-23 17:32:06
|
ຈີນສ້າງເຂດສະຫງວນທຳມະຊາດລະດັບຊາດໃໝ່ 22 ແຫ່ງ
cri
Author: da
ຕາມຂ່າວສານຊິນຮວາ:ວັນທີ 23 ກຸມພາ ກົມໃຫຍ່ອະນຸລັກສິ່ງແວດລ້ອມແຫ່ງຊາດຈີນປະກາດວ່າ,ຢູ່ແຂວງຊ່ານສີ່ແລະເຂດມົງໂກໄນປົກຄອງຕົນເອງໄດ້ສ້າງເຂດສະຫງວນທຳມະຊາດລະດັບຊາດໃໝ່ 22 ແຫ່ງ.ນັບມາຮອດປະຈຸບັນ ເຂດສະຫງວນທຳມະຊາດລະດັບຊາດຂອງຈີນໄດ້ບັນລຸ 265 ແຫ່ງ,ກວມເນື້ອທີ່ດິນບົກຂອງຈີນປະມານ 9,6%.
ເຂດສະຫງວນທຳມະຊາດລະດັບຊາດໃໝ່ 22 ແຫ່ງທີ່ສ້າງໃໝ່ໄດ້ກວມ 5 ປະເພດຄືປ່າໄມ້ ດິນຊຸ່ມ ລະບົບຊີວະພາບທະເລຊາຍ ສັດປ່າແລະຮ່ອງຮອຍຊີວິຊາດບູຮານ.
|
|
|