|
 |
(GMT+08:00)
2006-02-22 18:38:46
|
ປັກກິ່ງຫວັງເພີ່ມທະວີການແລກປ່ຽນແລະການຮ່ວມມືກັບລອນດອນໃນການກຽມຈັດງານກິລາໂອລິມປິກແລະຂົງເຂດອື່ນ
cri
Author: da
ຕາມຂ່າວສານຊິນຮວາ: ວັນທີ 22 ກຸມພາ ໃນເວລາພົບປະທ່ານຈອນ ເພຼສໂກດ໌ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີຜູ້ທີໜຶ່ງຂອງລັດຖະບານອັງກິດພ້ອມດ້ວຍຄະນະທີ່ມາຢ້ຽມຢາມປັກກິ່ງ,ທ່ານລິວສີ ເລຂາຄະນະພັກນະຄອນປັກກິ່ງ ປະທານຄະນະກຳມະການຈັດຕັ້ງງານກິລາໂອລິມປິກປັກກິ່ງເວົ້າວ່າ,ປັກກິ່ງຫວັງເພີ່ມທະວີການແລກປ່ຽນແລະການຮ່ວມມືກັບອັງກິດແລະລອນດອນໃນການກຽມຈັດງານກິລາໂອລິມປິກແລະຂົງເຂດອື່ນ.
ທ່ານລິນສີເວົ້າວ່າ,ລອນດອນໄດ້ຮ້ອງຂໍເປັນເຈົ້າພາບຈັດງານກິລາໂອລິມປິກປີ 2012 ຢ່າງສຳເລັດຜົນ,ໄດ້ເປີດຂົງເຂດໃໝ່ໃຫ້ແກ່ຈີນອັງກິດດຳເນີນການຮ່ວມມືແລະແລກປ່ຽນກັນລະຫວ່າງສອງຝ່າຍໃນຫຼາຍຂົງເຂດ.
ທ່ານເພຼສໂກດ໌ໄດ້ຍ້ອງຍໍການພັດທະນາຕົວເມືອງຂອງປັກກິ່ງແລະ ຄວາມຄືບໜ້າຂອງວຽກງານກະກຽມຈັດງານກິລາໂອລິມປິກ.
|
|
|