ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-07 18:18:09    
ຂະ​ແໜງ​ການ​ອະນຸ​ລັກ​ສິ່ງ​​ແວດ​ລ້ອມ​ຂອງ​ຈີນ​ເລີ່ມ​ກວດ​ກາ​ຄວາມ​ສ່ຽງ​ດ້ານ​ສິ່ງ​ແວດ​ລ້ອມ​ຕໍ່​ວິ​ສາ​ຫະ​ກິດ​ອຸດ​ສາ​ຫະ​ກຳ​ເຄມີ

cri Author: mo
ຕາມ​ຂ່າວCRI: ​ເພື່ອຫຼີກ​ເວັ້ນບໍ່​ໃຫ້​ເຫດການເຊື່ອມ​ພິດ​ສີ່ງ​ແວດ​ລ້ອມອັນ​ໜັກໜ່ວງທີ່​ຄ້າຍຄື​ກັນ​ກັບ​​ເຫດການ​ເຊື່ອມ​ພິດ​​ແມ່​ນ້ຳ​ຊົງ​ຮວາ​ຈຽງ​ເກີດ​ຂຶ້ນ​ອີກ, ວັນ​ທີ 7 ກຸມພາ, ກົມ​ໃຫຍ່​ອະນຸລັກ​ສິ່ງ​​ແວດ​ລ້ອມ​ແຫ່ງ​ຊາດ​ຈີນ​ໄດ້​​ເລີ່​ມດຳ​ເນີນ​ການ​ກວດກາ​ຄວາມ​ສ່ຽງ​ດ້ານ​ສິ່ງ​ແວດ​ລ້ອມ​ຕໍ່​ວິ​ສາ​ຫະກິດ​ອຸດສາຫະກຳ​ເຄມີ​ຈຸດ​ໜັກ 100 ກວ່າ​ແຫ່ງ​​ໃນ​ທົ່ວ​ປະ​ເທດ.

ວິ​ສາ​ຫະກິດ​ອຸດສາຫະກຳ​ເຄມີ​ເຫຼົ່ານີ້​ແຈ​ກຢາຍ​ຢູ່​ມໍ່​ເຂດ​ສະ​ດຸ້ງ​ໄວ​ຂອງ​ສິ່ງ​ແວດ​ລ້ອມ​ເຊັ່ນແຄມ​ຝັ່ງ​ແມ່​ນ້ຳ ບຶງ​ໜອງ​ແລະ​ທະ​ເລ​, ​ເຂດ​ທີ່​ມີ​ປະຊາກອນ​ໜາ​ແໜ້ນ, ​ແລະ​ເຂດສະຫງວນ​ທຳ​ມະ​ຊາດ​ເປັນຕົ້ນ, ​ໄດ້​ກ່ຽວ​ພັນ​ເຖິງ 25 ​ແຂວງ ​ເຂດປົກຄອງ​ຕົນ​ເອງ​​ແລະ​ກຳ​ແພງ​ນະຄອນ, ຍອດ​ມູນ​ຄ່າ​ການ​ລົງທຶນ​ເກືອບ 450 ຕື້​ຢວນ. ກົມ​ໃຫຍ່​ອະນຸລັກ​ສິ່ງ​​ແວ​ດລ້ອມ​​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ຕໍ່​ວິ​ສາ​ຫະກິດ​ທີ່​ມີ​ຄວາມ​ສ່ຽງ​ດ້ານ​ສິ່ງ​​ແວດ​ລ້ອມອັນ​ໜັກໜ່ວງ​ແຝນຊ້ອນ​ຢູ່​ທີ່​ພົບ​ເຫັນ​ໃນ​ການກວດກາ​​ນັ້ນ, ຈະ​ຮຽກຮ້ອງ​ໃຫ້​​ປັບປຸງ​ຕາມ​ເວລາ​ກຳນົດ. ພອມ​ກັນນັ້ນ, ​ເພື່ອ​ຮັບປະກັນ​ສິດ​ຮູ້​ສະພາບ​ການ​ດ້ານ​ສິ່ງ​ແວດ​ລ້ອມ​ຂອງ​ສາທາລະນະ​ຊົນ, ​ແລະ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່ມ​ວນຊົນ​ຕິດຕາມກວດກາ, ກົມ​ໃຫຍ່​ອະນຸລັກ​ສິ່ງ​ແວດ​ລ້ອມ​ຈະ​ເປີດ​ເຜີຍ​ຂໍ້​ມູນ​ຂ່າວສານຂອງ​ການ​ກວດກາ​ໃຫ້​ສັງຄົມ​ຊາບ.

ເດືອນ​ພະຈິກປີ​ກາຍ​ນີ້, ​ໂຮງງານ​ເຄມີຫຼັງໜຶ່ງ​ຂອງ​ແຂວງ​ຈີ​ລີ​ນ ພາກ​ຕາ​ເວັນ​ອອກສຽງ​ເໜືອຂອງ​ຈີນ​ໄດ້​ເກີດ​ການລະ​ເບີດ, ວັດຖຸ​​ເຊື່ອມ​ພິດ​​ເຊັ່ນປະ​ເພດ​ເບັນ​ແຊນ​ຈຳນວນຫຼວງຫຼາຍ​​ໄດ້​ຮົ່ວໄຫຼ​ເຂົ້າ​ແມ່​ນ້ຳ​ຊົງ​ຮວາຈຽງ, ​ພາ​ໃຫ້ເກີດ​ເຫດການ​ເຊື່ອມ​ພິດ​ນ້ຳ​ຢ່າງ​ໜັກໜ່ວງ.