ການປະຕິຮູບໂຄງປະກອບຕຸລາການຂອງຈີນໄດ້ມີຄວາມຄືບໜ້າສຳຄັນໃນດ້ານຮັບປະກັນສິດທິມະນຸດ
cri
Author: mo
ຕາມຂ່າວສານຈີນ: ປັດຈຸບັນ, ການປະຕິຮູບໂຄງປະກອບຕຸລາການຂອງຈີນໄດ້ເລີ່ມຕົ້ນຢ່າງຮອບດ້ານ, ໄດ້ມີຄວາມຄືບໜ້າສຳຄັນໃນດ້ານຮັບປະກັນສິດທິມະນຸດ, ຫລຸດທໍລະນີປະຕູການບໍລິການຕຸລາການໃຫ້ຕ່ຳລົງແລະເພີ່ມທະວີການຕິດຕາມກວດກາ.
ປີກາຍນີ້, ບັນດາພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານຈີນໄດ້ຈັດຕັ້ງປະຕິບັດການປະຕິຮູບໂຄງປະກອບຕຸລາການແລະກົນໄກວຽກງານ. ການປະຕິຮູບເຫຼົ່ານີ້, ລ້ວນແຕ່ເລັງສາຍຕາໃສ່ການຊຸກຍູ້ຄວາມຍຸດຕິທຳດ້ານຕຸລາການຕື່ມອີກ. ໃນນັ້ນ, ການປະຕິຮູບລະບອບກວດກາອະນຸມັດການຕັດສິນປະຫານຊີວິດທີ່ພົ້ນເດັ່ນທັດສະນະຄະຕິສິດທິມະນຸດ, ການປະຕິຮູບໂຄງປະກອບການສຶກສາດ້ວຍການອອກແຮງງານ, ແລະວຽກງານທົດລອງການດັດສ້າງຢູ່ເຂດຄຸ້ມເປັນຕົ້ນໄດ້ມີຄວາມຄືບໜ້າສຳຄັນ.
|
|