ຕາມຂ່າວcri:ຈີນຈະສ້າງລະບອບປະກາດຂໍ້ມູນຂ່າວສານຕໍ່ເຫດການສິ່ງແວດລ້ອມທີ່ເກີດຂຶ້ນຢ່າງກະທັນຫັນ,ເພື່ອຮັກສາສິດຮູ້ສະພາບສິ່ງແວດລ້ອມຂອງມວນຊົນ.
ວັນທີ6ກຸມພາ,ຢູ່ທີ່ປັກກິ່ງ,ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກົມໃຫຍ່ອະນຸລັກສິ່ງແວດລ້ອມແຫ່ງຊາດຈີນກ່າວວ່າ,ຕໍ່ໄປພາຍໜ້າ,ພາຍຫຼັງປະກົດເຫັນເຫດການສິ່ງແວດລ້ອມທີ່ເກີດຂຶ້ນຢ່າງກະທັນຫັນແລ້ວ,ຫົວໜ່ວຍແລະຜູ້ຮັບຜິດຊອບທີ່ກ່ຽວຂ້ອງຕ້ອງລາຍງານຕໍ່ພາກສ່ວນທີ່ກ່ຽວຂ້ອງຂອງທ້ອງຖິນພາຍໃນ1ຊົ່ວໂມງ,ແລະຈັດຕັ້ງການສຳຫຼວດກັບທີ່ໃນທັນທີ,ພາຍໃຕ້ກໍລະນີສຸກເສີນ,ຈະລາຍງານຕໍ່ຄະນະລັດຖະບານຫຼືກົມໃຫຍ່ອະນຸລັກສິ່ງແວດລ້ອມໂດຍກົງກໍໄດ້.
ຜູ້ຮັບຜິດຊອບຜູ້ນີ້ກ່າວເນັ້ນວ່າ,ແຫ່ງຕ່າງໆຈະລົງໂທດຢ່າງເຄັ່ງຄັດຕໍ່ຫົວໜ່ວຍແລະບຸກຄົນທີ່ລາຍງານຂີ້ຕົວະແລະປົກປິດບໍ່ລາຍງານເຫດການສິ່ງແວດລ້ອມທີ່ເກີດຂຶ້ນຢ່າງກະທັນຫັນ,ສຳລັບຜູ້ທີ່ປະກອບເປັນການຕ້ອງໂທດນັ້ນ,ຈະໃຫ້ອົງການຍຸດຕິທຳລົງໂທດທາງອາຍາຕາມກົດໝາຍ.
|