ປີນີ້, ຈີນຈະເພີ່ມຄວາມແຮງປັບປຸງລະບຽບຂຸດບໍ່ແຮ່
cri
Author: MO
ຕາມຂ່າວສານຊີນຮວາ: ຂ່າວຈາກກະຊວງທີ່ດິນແລະຊັບພະຍາກອນຈີນວ່າ, ປີ 2006, ຈີນຈະເພີ່ມຄວາມແຮງປັບປຸງລະບຽບຂຸດບໍ່ແຮ່, ຈະຄວບຄຸມຍອດປະລິມານຂຸດແຮ່ພິເສດ, ສັບຊ້ອນບໍ່ແຮ່ນ້ອຍໃນປັດຈຸບັນ, ພ້ອມກັນຈະປະຕິບັດລະບອບນຳໃຊ້ຊັບພະຍາກອນບໍ່ແຮ່ຢ່າງມີຄ່າຕອບແທນ.
ປີນີ້, ຈີນຈະສືບຕໍ່ເຊົາເບີກໃບອະນຸຍາດຂຸດແຮ່ຕຸງສະແຕນ, ກົ່ວ, ຊະຕີບີ, ແລະແຮ່ດິນທີ່ເຫັນໜ້ອຍ, ຈະຄວບຄຸມຍອດປະລິມານຂຸດແຮ່ທີ່ຖືກກຳນົດເຫຼົ່ານີ້. ຈະປັບປຸງບໍ່ແຮ່ທີ່ມີຢູ່ໃນປັດຈຸບັນ, ຫລຸດຈຳນວນບໍ່ແຮ່, ບໍ່ແຮ່ທີ່ສ້າງໃໝ່ຕ້ອງບັນລຸຂະໜາດການຂຸດທີ່ຕ່ຳທີ່ສຸດຕາມຂໍ້ກຳນົດ, ທັງສອດຄ່ອງກັບຄາດໝາຍຈັດວາງຂອງການອອກແບບ.
ນອກນີ້, ປີນີ້, ລັດຖະບານຈີນຍັງເຮັດວຽກງານທົດລອງຢູ່ຂະແໜງການຖ່ານຫິນ, ຕໍ່ເຂດຜະລິດຖ່ານຫິນສຳຄັນໃນທົ່ວປະເທດ, ຈະປະຕິບັດລະບອບຄຸ້ມຄອງເຂດບໍ່ຕາມແຜນການຂອງລັດຢ່າງຮອບດ້ານ, ວາງແຜນການຕັ້ງສິດບໍ່ແຮ່ຢ່າງເປັນເອກະພາບ, ກຳນົດຂະໜາດຂຸດຄົ້ນ, ຊຸກຍູ້ໃຫ້ວິສາຫະກິດເພີ່ມທະວີການຜະລິດຢ່າງປອດໄພ, ສຳປະທານບໍ່ແຮ່ແຫ່ງໃໝ່.
|
|