|
 |
(GMT+08:00)
2006-01-30 16:56:47
|
"ແຜນການອະນາຄົດ"ຂອງຈີນເຮັດໃຫ້ເດັກກຳພ້າກຳພອຍທີ່ພິການເປັນໝື່ນຄົນໄດ້ຮັບຜົນດີ
cri
Author: da
ໜັງສືພິມເຢິນມິນຢື້ປ້າວລາຍງານວ່າ: ກະຊວງການປົກຄອງແລະປະຊາສົງເຄາະຂອງຈີນພວມຈັດຕັ້ງປະຕິບັດແຜນການຜ່າຕັດຟື້ນຟູສຸຂະພາບໃຫ້ເດັກກຳພ້າກຳພອຍທີ່ພິການທີ່ເອີ້ນວ່າ"ແຜນການອະນາຄົດ",ໂຄງການນີ້ໄດ້ເຮັດໃຫ້ເດັກກຳພ້າກຳພອຍທີ່ພິການ 1 ໝື່ນ 3 ພັນຄົນໄດ້ຮັບການຜ່າຕັດເພື່ອຟື້ນຟູສຸຂະພາບ,ກວມຈຳນວນເດັກກຳພ້າກຳພອຍທີ່ພິການກວ່າເຄິ່ງໜຶ່ງທີ່ອົງການສະຫວັດດີການຈີນຮັບລ້ຽງ.
ກະຊວງການປົກຄອງແລະປະຊາສົງເຄາະຈີນເລີ່ມປະຕິບັດແຜນການນີ້ໃນປີ 2004,ໄດ້ຜ່າຕັດປີ່ນປົວແລະຟື້ນຟູສຸຂະພາບໃຫ້ເດັກກຳພ້າກຳພອຍທັງໝົດທີ່ພິການທີ່ເໝາະແກ່ການຜ່າຕັດປີ່ນປົວທີ່ອົງການສະຫວັດດີການຮັບລ້ຽງ.ປະຈຸບັນ ເດັກກຳພ້າກຳພອຍງວດໜຶ່ງທີ່ພິການທີ່ຟື້ນຟູສຸຂະພາບຫຼັງຜ່າຕັດນັ້ນຖືກຄອບຄົວຮັບລ້ຽງແລ້ວ.
|
|
|