ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-25 14:19:48    
ຈີນ​ສ້າງ​ລະ​ບົບ​ກອບ​ກູ້​ຊ່ອຍ​ເຫຼືອ​ທາງ​ສັງ​ຄົມ​ຢ່າງ​ຮອບ​ດ້ານ

cri

ຕາມ​ຂ່າວ​ຈາກ《ໜັງ​ສື​ພິມ​ເຢິນມິນ​ຢື້​ປ້າວ​ສະບັບ​ພົ້ນ​ທະ​ເລ​》,ທ່ານຫີຼ​ລີ້​ກົວ ຮອງ​ລັດ​ຖະ​ມົນຕີ ກະຊວງ​ການ​ປົກ​ຄອງ​ແລະ​ປະຊາ​ສົງ​ເຄາະຈີນ​ກ່າວ​ວ່າ,ລັດຖະ​ບານ​ຈີນ​ຈະ​ໃຊ້​ຫຼາຍ​ຮູບ​ຫຼາຍ​ແບບ,ສ້າງ​ລະ​ບົບ​ກອບ​ກູ້​ຊ່ອຍ​ເຫຼືອ​ທາງ​ສົງ​ຄົມ​ຢ່າງ​ຮອບດ້ານ.

ວັນ​ທີ24​ມັງກອນ,​ຢູ່​ທີ່​ປັກ​ກິ່ງ,ໃນ​ເວລາ​ຕອນ​ຄຳ​ຖາມ​ຂອງ​ຊາວເນັດ​,ທ່ານ​ຫຼີລີ້ກົວ​ເວົ້າ​ວ່າ,ລັດຖະ​ບານ​ຈີນດຳ​ເນີນ​ການ​ກອບ​ກູ້​ຊ່ອຍ​ເຫຼືອ​ທາງ​ສັງ​ຄົມດ້ວຍ​ຫຼາຍຮູບ​ຫຼາຍ​ແບບ​,ປະ​ຕິບັດ​ການ​ກອບ​ກູ້​ຊ່ອຍ​ເຫຼືອ​ລາຍ​ສະ​ເພາະ​ເປັນ​ປະຈຳຕໍ່​ການ​ກອບ​ກູ້​ຊ່ອຍ​ເຫຼືອ​ຜູ້​ທີ່​ໄດ້​ຮັບ​ການ​ຮັບປະ​ກັນຊີວິດ​ການ​ເປັນ​ຢູ່​ຕ່ຳ​ທີ່​ສຸດ​​ໃນ​ຕົວ​ເມືອງ​ແລະ​ຊົນນະ​ບົດ​ແລະ​ການ​ກອບກູ້​ຊ່ອຍ​ເຫຼືອ​ຄອບ​ຄົວທີ່​ທຸກ​ຍາກ​ ​ພິ​ເສດ​ໃນ​ຊົນ​ນະບົດ,ພ້ອມ​ທັງ​ການ​ກອບ​ກູ້​ຊ່ອຍ​ເຫຼືອ​ດ້ານ​ການ​ປິ່ນປົວ​ຂອງ​ຕົວ​ເມືອງ​​ແລະ​ຊົນນະ​ບົດ​ເປັນ​ຕົ້ນ ,​​ໃນ​ເວລາ​ເກີດ​ໄພ​ ​ທຳ​ມະ​ຊາດ,ຈະ​ກອບ​ກູ້​ຊ່ອຍ​ເຫຼືອ​ຜູ້​ປະສົບ​ໄພ​ຢ່າງ​ຮີບ​ດ່ວນ,ການ​ກອບ​ກູ້​ຊ່ອຍ​ເຫຼືອ​ຕໍ່​ຝູງ​ຄົນທີ່​ມີ​ລາຍໄດ້​ຕ່ຳ​ແລະ​ການ​ກອບ​ກູ້​ຊົ່ວຄາວ​ຕໍ່​ຄົນ​ອະນາຖາ​ຂໍທານ​​ໃນ​ຕົວ​ເມືອງ​ທີ່​ຊີວິດ​ການ​ເປັນ​ຢູ່​ບໍ່​ມີ​ທີ​ເພິ່ງ​ພາ​ອາ​ໄສ ລວມທັງ​ກອບ​ກູ້​ຊ່ອຍ​ເຫຼືອ​ຊົ່ວຄາວ​ຕໍ່ເດັກ​ອະນາ​ຖາ​ເປັນ​ຕົ້ນ.

ທ່ານ​ແນະນຳ​ວ່າ,ປະຈຸ​ບັນ,ຜູ້​ທີ່​ໄດ້​ຮັບ​ການ​ກອບ​ກູ້​ຊ່ອຍ​ເຫຼືອ​ທາງ​ສັງຄົມ​ເປັນ​ປະຈຳ​ນັ້ນ​ໄດ້ລື່ນ​ກາຍ50ລ້ານ​ຄົນ​ແລ້ວ.