ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-17 18:38:20    
ຈີນ​ຄ່ອຍໆ​ກາຍ​ເປັນປະ​ເທດ​ຖື​ຫຸ້ນ​ແລະ​ຄູ່​ຂາ​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ສຳຄັນ​ຂອງ​ທະ​ນາ​ຄານ​ໂລກ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ທະນາຄານ​ໂລກ​ໄດ້​ລົງ​ສູ່​ລວງ​ເລິກ​ເລື້ອຍໆ, ຈີນ​ໄດ້​ປ່ຽນຈາກ​ປະ​ເທດ​ກູ້​ເງິນ​ທີ່​ໃຫຍ່​ກວ່າ​ໝູ່​ມາ​ເປັນປະ​ເທດ​ຖື​ຫຸ້ນ​ແລະ​ຄູ່​ຂາ​ຮ່ວມ​ມື​ຍຸດ​ທະ​ສາດທີ່​ສຳຄັນຂອງ​ທະນາຄານ​ໂລກ​​ແລ້ວ.

ວັນ​ທີ 17 ມັງກອນ, ຢູ່​ທີ່​ປັກ​ກິ່ງ, ທ່ານ​ລິ​ຢົງ ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ​ຈີນ​ເວົ້າວ່າ, ​ໃນ 25 ປີ​ທີ່​ຜ່ານ​ມາ, ນັບ​ລວມ​ແລ້ວ, ທະນາຄານ​ໂລກ​ໄດ້​ປ່ອຍ​ເງິນ​ກູ້​ປະມານ 40 ຕື້​​ໂດ​ລາ​ສະຫະລັດ​ໃຫ້​ຈີນ. ຈີນ​ແມ່ນ​ປະ​ເທດ​ທີ່​ມີ​​ໂຄງການ​ກູ້​ເງິນ​ຈາກທະນາຄານ​​ໂລກ​ຫລາຍ​ກວ່າ​ໝູ່​ໃນ​ປະຈຸ​ບັນ, ​ແລະ​ກໍ​ແມ່ນ​ປະ​ເທດໜຶ່ງ​ທີ່​ປະຕິບັດ​ໂຄງການ​ໄດ້ດີກ​ວ່າ​ໝູ່. ຄຽງ​ຄູ່​ກັບ​ເສດຖະກິດ​ຈີນ​ເຕີບ​ໂຕ​ຢ່າງ​ບໍ່​ຢຸດ​ຢັ້ງ, ທະນາຄານ​ໂລກ​ໄດ້​​ເຊົາປ່ອຍ​ເງິນກູ້​ບູລິ​ມະ​ສິດ​​ແກ່​ຈີນ​​ແລ້ວ. ຈີນກໍ​ເລີ່​ມ​ໃຫ້​ຄວາມ​ຊ່ອຍ​ເຫຼືອ​ແກ່​ປະ​ເທດ​ອື່ນ, ​ແຕ່​ສຳຄັນ​ກວ່າ​ນັ້ນ​ແມ່ນ​​ເພື່ອແລກ​ປ່ຽນ​ບົດຮຽນ​ພັດທະນາ.

ທ່ານ​ລີ​ຢົງ​ເວົ້າວ່າ, ທະນາຄານ​ໂລກ​ໄດ້​ກາຍ​ເປັນ​ປ່ອງ​ຢ້ຽມ​ທີ່​ຈີນນຳ​ເຂົ້າບົດຮຽນ​​ກ້າວໜ້າ​ແລະ​ທັດສະນະ​ຄະຕິ​ແຫ່ງ​ການ​ພັດທະນາຂອງ​ໂລກ. ນັບ​ມາ​ຮອດ​ປັດຈຸບັນ, ທະນາຄານ​ໂລກ​ໄດ້​ສະໜອງ​ບົດ​ບັນທຶກ​ເສດຖະກິດ​ແຫ່ງ​ຊາດ 11 ສະບັບ​​ແກ່​ຈີນ​ແລ້ວ, ​ອັນໄດ້​ປະກອບສ່ວນ​ຢ່າງຕັ້ງໜ້າ​​ເຂົ້າ​ໃນການ​ປະຕິ​ຮູບ​ຂອງ​ຈີນ.