ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-09 21:02:08    
ທະນາຄານ​ຈີນ​ຈະ​ເພີ່ມ​ທະວີ​ວຽກ​ງານ​ຕ້ານການ​ຟອກ​ເງິນ​ຕື່ມ​ອີກ

cri

ຕາມ​ຂ່າວCRI ,ທະນາຄານ​ຈີນ ​ເຊິ່ງ​ເປັນ​ຫນຶ່ງ​ໃນ 4 ທະນາຄານ​ການ​ຄ້າ​​​ແຫ່ງລັດ​ຈີນຈະ​ໃຊ້​ຫຼາຍມາດ​ຕະການ​​ເພີ່ມ​ທະວີ​ວຽກ​ງານ​ຕ້ານ​ການ​ຟອກ​ເງິນ.


 ວັນ​ທີ 9 ມັງກອນ​ຢູ່​ທີ່​ປັກ​ກິ່ງ,ທ່ານ​ວາງຢາ​ວ​ເວີນ ​ໂຄສົກ​ຖະ​ແຫຼ​ງຂ່າວ​ ​ທະນາຄານ​ຈີນ​ໄດ້​ແນະນຳ​ວ່າ,​ທະນາຄານ​ຈະ​ເອົາ​ໃຈ​ໃສ່​ຢ່າງ​​ແຫນ້ນ​ແຟ້ນຕໍ່​ປະ​ເທດ​ແລະ​ເຂດ​ແຄວ້ນທີ່​ມີ​ການ​ຟອກ​ເງິນ​ງ່າຍ ການ​ທຸລະ​ການ​​ແລະ​ລູກ​ຄ້າ​ທີ່​ຟອກ​ເງິນ​ຫຼວງ​ຫຼາຍ,ບໍ່ສະຫນອງ​ການ​ບໍລິການ​ດ້ານ​ການ​ທະນາຄານ​ໃດໆ​​ໃຫ້​ແກ່​ອົງການ​ແລະ​ສ່ວນ​ບຸກຄົນທີ່​ກ່ຽວ​ພັນ​ເຖິງການ​ຟອກ​ເງິນ ລະດົມ​ທຶນ​​ສະ​ຫນັບ​ສະ​ຫນູນ​ກໍ່​ການ​ຮ້າຍ​ແລະ​​ອາວຸດ​ລ້າງຜານ​ຂະຫນາດ​ໃຫຍ່​ເປັນ​ຕົ້ນ,ພ້ອມ​ກັນນັ້ນ,​ໃນ​ເວລາດຳ​ເນີນ​ການ​ທຸລະການ,ທະນາຄານ​ຈະ​ປະຕິບັດ​ລະບອບ​ລາຍ​ງານ​ຊື້​ຂາຍ​ເງິນ​ຈຳນວນ​ຫຼວງ​ຫຼາຍແລະຊື້​ຂາຍ​ທີ່​ສົງ​ໄສ​ແລະ​ລະບອບ​ຮັກສາ​ການ​ບັນທຶກ​ດ້ານການ​ຊື້​ຂາຍ​ເປັນ​ຕົ້ນ.


ທະນາຄານ​ຈີນ​ແມ່ນ​ທະນາຄານ​ການ​ຄ້າ​ຫນຶ່ງທີ່​ມີ​ລະບົບ​ແບບ​​ສາກົນ​ສູງ​ກວ່າ​ຫມູ່ຢູ່​ຈີນ,ອົງການ​ລະບົບ​ເຄືອຂ່າຍ​ຂອງ​ເຂົາ​ໄດ້​ຢູ່​ໃນ 27 ປະ​ເທດ​ແລະ​ເຂດ​​ແຄວ້ນຂອງ​ທົ່ວ​ໂລກ