ຈີນຈະຂ້ຽວເລັ່ງພັດທະນາພະລັງງານໃຫມ່ແລະພະລັງງານທີ່ເກີດໃຫມ່ໄດ້
cri
ຕາມຂ່າວCRI ,ທ່ານເຈິ່ງເຜີຍອຽນ ຮອງນາຍົກລັດຖະມົນຕີຈີນໄດ້ກ່າວຢູ່ປັກກິ່ງວ່າ,ລັດຖະບານຈີນຈະຂ້ຽວເລັ່ງພັດທະນາພະລັງງານໃຫມ່ແລະພະລັງງານທີ່ເກີດໃຫມ່ໄດ້,ເມື່ອຮອດປີ 2020,ຍາດແຍ່ງເຮັດໃຫ້ອັດຕາພະ ລັງງານທີ່ເກີດໃຫມ່ໄດ້ໃນອົງປະກອບພະລັງງານຈາກ 7% ໃນປະຈຸບັນຂຶ້ນຮອດ 15%.
ທ່ານເຈິ່ງເຜີຍອຽນແມ່ນກ່າວຄວາມນີ້ໃນເວລາລາຍງານຕໍ່ຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນໃນວັນທີ 27 ທັນວາ,ທ່ານກ່າວວ່າ,ລັດຖະບານຈີນຈະເພີ່ມຄວາມແຮງໃນການພັດທະນານຳໃຊ້ໄຟຟ້ານິວເຄຼຍແລະໄຟຟ້າພະລັງລົມ,ພ້ອມກັນນັ້ນ,ພັດທະນາພະລັງຕາເວັນຢ່າງຕັ້ງຫນ້າ,ແລະຍົກອັດຕານຳໃຊ້ອາຍເມຕານໃນຊົນນະບົດໃຫ້ສູງຂຶ້ນ.ນອກນີ້,ເພື່ອເພີ່ມການສະຫນອງຂອງພະລັງ ງານພາຍໃນປະເທດ,ລັດຖະບານຈີນຈະພັດທະນານຳໃຊ້ຊັບພະຍາກອນຖ່ານຫີນທີ່ມີປະສິດທິພາບສູງແລະສະອາດ,ພະຍາຍາມເພີ່ມຄວາມສາມາດໃນການສະຫນອງຂອງອາຍແກັສທຳມະຊາດນ້ຳມັນເຊື້ອໄຟ,ພ້ອມກັນນັ້ນ ຍັງຈະດຳເນີນວຽກງານປະຢັດພະລັງງານຢ່າງແຂງແຮງ.
ທ່ານຍັງກ່າວວ່າ,ຈີນຈະສ້າງຕັ້ງລະບົບສະສົມນ້ຳມັນເຊື້ອໄຟທີ່ເອົາການສະສົມຂອງລັດຖະບານກັບການສະສົມວິສາຫະກິດປະສານສົມທົບ ກັນ,ບູລະນະລະບອບຮັບປະກັນທຶນສະສົມນ້ຳມັນເຊື້ອໄຟໃຫ້ສົມບູນຂຶ້ນ,ເປີດກວ້າງຄວາມສາມາດສະສົມເທື່ອລະກ້າວ.
|
|