ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-23 18:32:58    
ຜູ້​ຊ່ຽວຊານ​ຈີນ​ຮຽກຮ້ອງ​ໃຫ້​ເພີ່ມ​ທະ​ວີ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຊີວະ​ຊາດ​ຂອງ​ເຂດ​ຕິ​ເບດ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ທ່ານ​ລີ​ເວີນ​ຮວາ ບັນດິດ​ສະພາ​ບັນດິດ​ວິສະວະກຳ​ຈີນ​ຊີ້​ອອກ​ວ່າ, ​ເຂດ​ຕິ​ເບ​ດມີ​ເງື່ອນ​ໄຂ​ພູມ​ສາດ​ພິ​ເສດ, ສິ່ງ​ແວດ​ລ້ອມ​ຊີວະ​ຊາດ​ອ່ອນ​​ແອ​ທີ່​ສຸດ, ຄວນ​ໃຊ້​ມາດ​ຕະການ​ເພີ່ມ​ທະວີ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​​ຊີວະ​ຊາດໃນ​ເຂດ​ຕິ​ເບດ.

ໃນ​​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໃນຫວ່າງ​ມໍ່ໆ​ນີ້, ທ່ານ​ລີ​ເວີນ​ຮວາ​ເວົ້າວ່າ, ​ເຂດ​ຕິ​ເບ​ດ​ແມ່ນ​ສາງປະ​ເສີດ​ທີ່​ມີ​ຊັບພະຍາກອນ​ຊີວະ​ຊາດ​ອຸດົມສົມບູນ​ທີ່​ສຸດ, ມີ​ທິວ​ທັດ​ທຳ​ມະ​ຊາດ​ແລະ​ຊີ​ວະພາບ​ທຳ​ມະ​ຊາດ​​ແບບ​ປະຖົມປະ​ຖານ ຫຼາຍຢ່າງຫຼາຍ​ແນວ ​ແລະ​​ພິ​ເສດ​ໂດດ​ເດັ່ນ​ເຊື່ອມ​ໂຍງ​ເຂົ້າກັນ, ​ແລະຍັງ​ມີ​ສັດ​ລ້ຳ​ຄ່າທີ່​ມີ​ໜ້ອຍ​ເທິງ​ພູ​ພຽງ​ເຊັ່ນ​ເຍືອງ​ຕິ​ເບ​ດ ​ແລະຈາມ​ມະ​ລີ​ປ່າ​ເປັນຕົ້ນ, ​ແມ່ນ​ຊັບສົມບັດຂອງ​ຈີນ​ທີ່​ບໍ່​ມີ​ຢູ່​ແຫ່ງ​ອື່ນ​ໃນ​ໂລກ, ການ​ສະຫງວນສິ່ງ​ແວດລ້ອມ​ຊີວະ​ຊາດ​ຂອງ​ເຂດ​ຕິ​ເບ​ດມີ​ຄວາມ​ໝາຍ​ສຳຄັນ.