ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-20 18:21:28    
ຈີນ​ສ້າງ​ໂຄງການຜະລິດ​ໄຟ​ຟ້າ​ດ້ວຍ​ການ​ເຜົາ​ລຳ​ຕົ້ນ​​ເຄື່ອງ​ປູກ​ຂອງ​ຝັງ​ທີ່​ມີ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ຕົນ​ເອງ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ຫວ່າງ​ມໍ່ໆ​ນີ້, ບໍລິສັດ​ລົງທຶນ​ປະ​ຢັດ​ພະລັງງານ​ຈີນ ​ເຊິ່ງ​ເປັນ​ບໍລິສັດ​ລົງທຶນ​ລະດັບ​ຊາດ​ໃນ​ຂົງ​ເຂດ​ປະຢັດ​ພະລັງງານ​ອະນຸລັກ​ສິ່ງ​ແວດ​ລ້ອມ​ພຽງ​ບໍລິສັດ​ດຽວ​ຂອງ​ຈີນ​​ຕ່າງໄດ້​​ລົງມື​ສ້າງ​ໂຄງການ​ຜະລິດ​ໄຟຟ້າ​ດ້ວຍ​ການ​ເຜົາ​ລຳຕົ້ນ​ເຄື່ອງ​ປູກ​ຂອງ​ຝັງ​ທີ່​ມີ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງຕົນ​ເອງ​ຢູ່​​ເມືອງຊູ້​ຊຽນ​ແລະ​​ເມືອງຈີ້ຢົງ​​ແຂວງ​ຈຽງ​ຊູ.

ຕາມ​ຊາບ​ວ່າ, ​ໂຄງການ​ຜະລິດ​ໄຟຟ້າ​ດ້ວຍ​ການ​ເຜົາລຳຕົ້ນ​ເຄື່ອງ​ປູກຝັງ​ໃນ​ສອງ​ແຫ່ງ​ດັ່ງກ່າວ​ຈະ​ໃຊ້​​​​ເຕົາ​ເຜົາ​​ທີ່​ຈີນ​ຄົ້ນຄວ້າ​ອອກ​ແບບ​ແລະ​​ຜະລິດ​ເອົາ​ເອງ​ທັງໝົດ. ​ເມື່ອ​ໂຄງການ​ດັ່ງກ່າວສ້າງ​ສຳ​ເລັດ​ແລ້ວ, ​ແຕ່ລະ​ປີ​ຈະ​ຮັບ​ຊື້​​ເອົາ​ລຳຕົ້ນ​ເຄື່ອງ​ປູກຝັງ 4 ​ແສນ​ໂຕນ​ເພື່ອໃຊ້​ຜະລິດ​ໄຟ​ຟ້າ, ສາມາດ​ປະຢັດ​ພະລັງງານ​ຖ່ານ​ຫິນມາດຖານ 2 ​ແສນ​ໂຕນ.