ຕາມຂ່າວຈາກໜັງສຶພິມເຢິນມິນຢື້ປ້າວ:ປະຊາກອນທຸກຍາກຂອງຈີນສ່ວນຫຼາຍເຕົ້າໂຮມຢູ່ຊົນນະບົດ.ໃນ10ປີທີ່ຜ່ານມາ,ປະຊາກອນທຸກຍາກໃນຊົນນະບົດຂອງຈີນໄດ້ຫຼຸດຈາກ65ລ້ານຄົນຫຼຸດລົງຮອດ26ລ້ານ1ແສນຄົນ,ຄືໄດ້ຫຼຸດລົງເຄິ່ງໜຶ່ງຂຶ້ນໄປ,ຈີນໄດ້ກາຍເປັນປະເທດພຽງໜຶ່ງດຽວໃນໂລກທີ່ບັນລຸເປົ້າໝາຍພັດທະນາສະຫັດສະວັດຂອງສະຫະປະຊາຊາດກ່ອນເວລາກຳນົດຄືຫຼຸດປະຊາກອນທຸກຍາກລົງເຄິ່ງໜຶ່ງ.
ວັນທີ6ທັນວາ,ໃນກອງປະຊຸມເທື່ອໜຶ່ງ,ທ່ານລີວຈ່ຽນ ຫົວໜ້າຫ້ອງການໜ່ວຍນຳພາການພັດທະນາບຳບັດຄວາມທຸກຍາກຂອງຄະນະລັດຖະບານຈີນເວົ້າວ່າ,ໃນ10ປີມານີ້,ລັດຖະບານຈີນຍຶດໝັ້ນເດີນຕາມເສັ້ນທາງພັດທະນາບຳບັດຄວາມທຸກຍາກທີ່ ລັດຖະບານເປັນຜູ່ນຳທາງ,ສັງຄົມເຂົ້າຮ່ວມ,ເພິ່ງກຳລັງຕົນເອງ,ພັດທະນາບຳບັດຄວາມທຸກຍາກ,ແລະພັດທະນາຢ່າງຮອບດ້ານ,ໄດ້ແກ້ໄຂບັນຫາການກິນອີ່ມນຸ່ງອຸ່ນຂອງຝູງຄົນຜູ້ທຸກຍາກສ່ວນຫຼາຍ.ແຕ່ພ້ອມກັນນັ້ນ,ທ່ານກໍ່ຮັບຮອງວ່າ,ຈຳນວນເດັດຖານຂອງປະຊາກອນທຸກຍາກໃນຊົນນະບົດຈີນໃນສະເພາະໜ້ານີ້ຍັງຄົງມີຫຼາຍຢູ່.
|