|
 |
(GMT+08:00)
2005-12-02 20:39:09
|
 |
ລັດຖະບານສູນກາງສະຫນັບສະຫນູນເຂດພິເສດຮົງກົງຂະຫຍາຍລະບອບປະຊາທິປະໄຕທີ່ສອດຄ່ອງກັບສະພາບຕົວຈິງຂອງຮົງກົງຕາມກົດຫມາຍ ຢ່າງຄ່ອຍເປັນຄ່ອຍໄປໂດຍຕະຫຼອດ
cri
ຕາມຂ່າວສານຊິນຮວາ,ວັນທີ 2 ທັນວາ,ຢູ່ເມືອງເສີນເຈິ້ນ,ອົງການປົກຄອງເຂດພິເສດຮົງກົງແລະຫ້ອງການຕິດຕໍ່ພົວພັນຂອງລັດຖະບານສູນກາງປະຈຳເຂດພິເສດຮົງກົງໄດ້ຈັດງານສົນທະນາກ່ຽວກັບບັນຫາທີ່ກ່ຽວຂ້ອງກັບການດັດແກ້ວິທີເລືອກຕັ້ງຜູ່ວ່າການເຂດບໍລິຫານພິເສດຮົງກົງປີ 2007ແລະສະພານິຕິບັນຍັດປີ 2008,ໃນກອງປະຊຸມ,ທ່ານຊິວສຽວຢັງ ຮອງເລຂາທິການຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນກ່າວວ່າ,ລັດຖະບານສູນກາງສະຫນັບສະຫນູນເຂດພິເສດຮົງກົງຂະຫຍາຍລະບອບປະຊາທິປະໄຕທີ່ສອດຄ່ອງກັບສະພາບຕົວຈິງຂອງຮົງກົງຕາມກົດຫມາຍຢ່າງຄ່ອຍເປັນຄ່ອຍໄປໂດຍຕະ ຫຼອດ
ທ່ານຊິວສຽວຢັງຄອງຄອຍບຸກຄົນວົງການຕ່າງໆຂອງສັງຄົມຮົງກົງສາມາດພິຈາລະນາຈາກພາກ ສ່ວນໃຫຍ່ທີ່ໃຫ້ຮົງກົງຈະເລີນຮຸ່ງເຮືອງແລະສະຖຽນລະພາບຍາວນານ, ຄົ້ນຄວ້າຫາລືສະຕິສຳປະຊັນຍະ ໂຮມສູນຄວາມຮັບຮູ້ຄືກັນ.
ຜູ່ທີ່ໄດ້ຮັບເຊີນເຂົ້າຮ່ວມງານສົນທະນາມີສະມາຊິກສະພານິຕິບັນຍັດຮົງກົງ ປະທານສະພາເຂດຕ່າງໆພ້ອມດ້ວຍບຸກຄົນວົງການຕ່າງໆຂອງສັງຄົມຮົງກົງລວມທັງຫມົດ 80 ກວ່າຄົນ.
|
|
|