ຕາມຂ່າວສານຊິນຮວາ:ຕອນຄ່ຳວັນທີ28ພະຈິກ,ຢູ່ຮາບິນເມືອງພາກຕາເວັນອອກສຽງເໜືອຂອງຈີນ,ເຈົ້າໜ້າທີ່ອະນຸລັກສິ່ງແວດລ້ອມຂອງຈີນແລະຣັດເຊຍໄດ້ເຈລະຈາກັນກ່ຽວກັບຜົນສະທ້ອນຂອງເຫດການເຊື່ອມພິດຂອງແມ່ນ້ຳຊົ່ງຮວ່າທີ່ມີຕໍ່ແມ່ນ້ຳເຮ່ລົງແມ່ນ້ຳຊາຍແດນລະຫວ່າງຈີນກັບຣັດເຊຍ,ສອງປະເທດຮ່ວມມືຕິດຕາມວັດແທກຄຸນນະພາບນ້ຳຂອງແມ່ນ້ຳຊາຍແດນແລະເລື່ອງອື່ນໆ.
ທ່ານຈ່າງລີ້ຈຸ່ນ ຮອງຫົວໜ້າກົມໃຫຍ່ອະນຸລັກສິ່ງແວດລ້ອມແຫ່ງຊາດຈີນໄດ້ຂໍອະໄພດ້ວຍຄວາມຈິງໃຈຕໍ່ຜົນສະທ້ອນຂອງເຫດການເຊື່ອມພິດທີ່ມີຕໍ່ຝ່າຍຣັດເຊຍ,ແລະໄດ້ແຈ້ງສະພາບເຊື່ອມພິດຂອງແມ່ນ້ຳຊົ່ງຮວ່າໃຫ້ຝ່າຍລັດເຊຍຊາບ ຢ່າງລະອຽດ.ທ່ານເວົ້າວ່າ,ຝ່າຍຈີນຈະແຈ້ງຜົນການຕິດຕາມວັດແທກຄຸນນະພາບນ້ຳຂອງແມ່ນ້ຳຊົ່ງຮວ່າໃຫ້ຝ່າຍຣັດເຊຍຊາບຢ່າງທັນການແລະຖືກຄຕ້ອງ.
ທ່ານດານຈິວຄ໌ ຫົວໜ້າພະແນກອະນຸລັກສິ່ງແວດລ້ອມ ເຂດຊາຍແດນຄາບາຣົຟສຄ໌ຂອງກະຊວງຊັບພະຍາກອນທຳມະຊາດສະຫະພັນຣັດເຊຍໄດ້ແນະນຳມາດຕະການຮັບມືຕໍເຫດການເຊື່ອມພິດເທື່ອນີ້ຂອງເຂດຊາຍຊາຍແດນຄາບາຣົຟສຄ໌ໃຫ້ຝ່າຍຈີນຊາບ.ທ່ານເວົ້າວ່າ,ເມື່ອສອງຝ່າຍພ້ອມກັນພະຍາຍາມແລ້ວກໍຈະໄດ້ແກ້ໄຂບັນຫາຢ່າງເໝາະສົມ.
|