ບ້ານນັກຂ່າວງານກິລາໂອລິມປິກປັກກິ່ງປີ 2008 ໄດ້ວາງສີລາຈາລຶກຢ່າງເປັນທາງການ
cri
ຕາມຂ່າວສານຊິນຮວາ: ວັນທີ 25 ພະຈິກ, ກິດຈະການສ້າງບ້ານນັກຂ່າວງານກິລາໂອລິມປິກປັກກິ່ງປີ 2008 ໄດ້ວາງສີລາຈາລຶກຢ່າງເປັນທາງການ.
ບ້ານນັກຂ່າວງານກິລາໂອລິມປິກປັກກິ່ງຕັ້ງຢູ່ພາກເໜືອຂອງປັກກິ່ງ, ແປະ ກັບສວນສາທາລະນະປ່າໄມ້ແຫ່ງໜຶ່ງ, ຫ່າງຈາກຫໍກິລາກາງຂອງງານກິລາໂອລິມປິກປັກກິ່ງແລະສູນຖະແຫຼງຂ່າວໂອລິມປິກປະມານ 5 ກິໂລແມັດ, ເນື້ອທີ່ກໍ່ສ້າງທັງໝົດກວມປະມານ 6 ແສນ 3 ໝື່ນຕາລາງແມັດ.
ເມື່ອງານກິລາໂອລິມປິກໄດ້ສິ້ນສຸດລົງແລ້ວ, ບ້ານນັກຂ່າວຈະກາຍເປັນເຮືອນຢູ່ທຳມະດາຂອງໄທເມືອງ, ຮັບໃຊ້ໄທເມືອງປັກກິ່ງຕໍ່ໄປ.
|
|