ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-26 21:01:18    
ພະຍາດ​ໄຂ້ຫວັດ​ສັດ​ປີກ​ຢູ່​ແຂວງ​ຫູ​ນານ​ຂອງ​ຈີນ​ຖືກ​ຄວບ​ຄຸມ​ຢ່າງ​ບັງ​ເກີດ​ຜົນ

cri
ຕາມ​ຂ່າວສານ​ຊິ​ນຮວາ,ວັນ​ທີ 26 ຕຸລາ,ນັກ​ຂ່າວ​ໄດ້​ຊາບ​ຈາກ​ກະຊວງ​ກະສິກຳ​ຈີນ​ວ່າ,ພະຍາດ​ໄຂ້ຫວັດ​ສັດ​ປີກ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ຊ່ຽງ​ຖານ ​ແຂວງ​ຫູ​ນານ ພາກ​ກາງຂອງ​ຈີນ​ໄດ້​ຖືກ​ດັບ​​ເຊື້ອແລ້ວ​ແລະບໍ່​ໄດ້​ປະ​ກົດ​ເຫັນບ່ອນເກີດ​ພະຍາດບ່ອນ​ໃຫມ່

ຕາມ​ຂໍ່ມູນ​ເອກະສານ​ທີ່​ອົງການ​ປົກຄອງ​ເມືອງ​ຊ່ຽງຖານນ​ສະຫນອງ​ໃຫ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ,ກ່ອນ​ແລະ​ຫຼັງ​ວັນ​ທີ 22 ຕຸລາ,​​ ​ ບ່ອນ​ຫນຶ່ງ​ໃນ​ເມືອງ​ຊ່ຽງ​ຖານ​ໄດ້​ປະກົດ​ມີ​ໄກ່​ແລະ​ເປັດຕາຍຍ້ອນ​ເປັນ​ພະຍາດ,​ ລວມຍ​ທັງ​ຫມົດ 540 ກວ່າ​ໂຕ,ວັນ​ທີ 25 ຕຸລາ,​​​ເມື່ອກ​ຫ້ອງ​ທົດ​ລອງ​ຄົ້ນຄວ້າພະຍາດ​ໄຂ້ຫວັດ​ສັດ​ປີກ​ຂອງ​ລັດ​ຈີນ​ໄດ້ບົ່ງມະຕິວ່າ,ພະຍາດ​ໄຂ້ຫວັດ​ສັດ​ປີກ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງຊ່ຽງ​ຖານແມ່ນ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ປະ​ເພດຮອງ H 5 N 1
 ຕາມ​ຊາບ​ວ່າ,ຫຼັງ​ຈາກ​ກະຊວງ​ກະສິກຳ​ໄດ້​ຮັບ​ການ​ລາຍ​ງານພະຍາດ​ໄຂ້ຫວັດ​ສັດ​ປີກຈາກ​ແຂວງ​ຫູ​ນານ​ແລ້ວ,​ກໍ​ໄດ້​ແຕ່ງ​ຫນ່ວຍ​ງານ​​ໄປໃນ​ທັນທີ,ຊີ້​ນຳ​ວຽກ​ງານ​ປ້ອງ​ກັນ​​ແລະຄວບ​ຄຸມ​ພະຍາດຢູ່​ແຫ່ງ​ນັ້ນ,ອົງການ​ປົກຄອງ​ແຂວງ​ຫູ​ນານ​ໄດ້​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ,ອີງ​ຕາມ​ການ​ກຳນົດ​ທີ່​ກ່ຽວຂ້ອງ​ຂອງ​ລັດ,​​ເລີ່​ມດຳ​ເນີນ​​ແຜນ​ການ​ຮັບ​ມືສຸກ​ເສີນ,​ໃຊ້​ມາດ​ຕະການ​ປ້ອງ​ກັນ​ຄວບ​ຄຸມຕ່າງໆ​​ໂດຍ​ດ່ວນ,ປະຈຸ​ບັນ,ພະຍາດ​​ໄຂ້ຫວັດ​ສັດ​ປີກ​ຢູ່​ແຫ່ງ​ນັ້ນໄດ້​ຖືກ​ດັບ​​ເຊື້ອແລ້ວ