ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-16 20:25:37    
ລັດຖະບານ​ຈີນ​ຈະຫຼຸດ​ແລະ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ດ້ວຍ​ການ​ຊ່ອຍ​ບຸກ​ເບີກ​ພັດ​ທະ​ນາ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 16 ຕຸລາ ຢູ່​ເມືອງ​ຕ້າ​ລຽນ​ແຂວງ​ລຽວນິງ ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ ທ່ານ​ລິວ​ຈ່ຽນ ຫົວໜ້າ​ຫ້ອງການ​ໜ່ວຍ​ນຳພາ​ການ​ບຳບັດ​ຄວາມທຸກ​ຍາກ​ແລະ​ການ​ພັດທະນາ​ຂອງ​ຄະນະ​ລັດຖະບານ​ຈີນ​ກ່າວ​ວ່າ,​ລັດຖະບານ​ຈີນ​ຈະ​ສືບ​ຕໍ່​ພະຍາຍາມ​ເຮັດ​ວຽກ,ຜ່ານ​ຈາກ​ການ​ຊ່ອຍ​ບຸກ​ເບີກ​ພັດທະ​ນາມາຫຼຸດ​ແລະ​ລົບ​ລ້າງ​ຄວາມທຸກ​ຍາກ.

ທ່ານ​ລິວ​ຈ່ຽນ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ພິທີ​ໄຂ​ງານປຶກສາ​ຫາລື​ໂຄງການ​ບຳບັດ​ຄວາມທຸກ​ຍາກ​ຄັ້ງ​ປະຖົມມະ​ເລີກ​​ແລະ​ງານ​ວາງສະ​ແດງ​ການ​ບຸກ​ເບີກ​ຊັບພະ​ຍາກອນ​ຂອງ​ເຂດ​ທີ່​ລັດ​ຄ້ຳຊູ​ເປັນ​ຈຸດ​ໜັກ.

ທ່ານ​ລິວ​ຈ່ຽນ​ເວົ້າວ່າ,ງານ​ປຶກສາ​ຫາລື​ເທື່ອ​ນີ້​ແມ່ນ​ງານ​ວາງສະ​ແດງ​ແລະ​ປກສາ​ຫາລື​ບຳບັດ​ຄວາມທຸກ​ຍາກ​ລະດັບ​ຊາດ​ຄັ້ງທຳ​ອິດ​ຂອງ​ຈີນ​ທີ່​ເອົາ​ພາລະກິດ​ການ​ພັດທະນາ​ບຳບັດ​ຄວາມທຸກ​ຍາກ​ເປັນ​ວັດ​ຖຸປະສົງ,​ຫັນ​ໜ້າ​ໄປ​ສູ່​ຊົນນະບົດ​ແລະ​ເຂດ​ທຸກ​ຍາກ,ມີ​ເນື້ອ​ໃນ​ສຳຄັນ​ຄື​ພັດທະນາ​ບຳບັດ​ຄວາມທຸກ​ຍາກ,ພົ້ນ​ຈາກ​ຄວາມທຸກ​ຍາກ​ແລະ​ສ້າງ​ຮັ່ງ​ຄູນ​ມີ.

ນັກທຸລະກິດ​,ຜູ້​ຊ່ຽວຊານ​ແລະ​ນັກ​ປາດ 200 ກວ່າ​ຄົນ​ຂອງ​​ເຂດ​ຮົງ​ກົງ,ມາ​ກາວ​ແລະ​ໄຕ້​ຫວັນ​ຂອງ​ຈີນ​ພ້ອມ​ດ້ວຍ​ຂອງ 8 ປະ​ເທດ​ເຊັ່ນ​ອາ​ເມ​ລິ​ກາ​ແລະ​ຝຣັ່ງ​ເປັນຕົ້ນ​ໄດ້​ເຂົາຮ່ວມ​ກອງ​ປະຊຸມ.